ອົງການສະຫະປະຊາຊາດແກ່ຍາວເວລາການລົງໂທດຊູດັງໃຕ້

2022-05-27 15:22:13 cri

      ວັນທີ 26 ພຶດສະພານີ້,ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຜ່ານມະຕິເລກທີ 2633 ໂດຍຈະແກ່ຍາວເວລາການປະຕິບັດມາດຕະການລົງໂທດຊູດັງໃຕ້ແລະການຫ້າມບໍ່ໃຫ້ຂົນສົ່ງອາວຸດອອກໄປອີກ 1 ປີຄືຈົນຮອດວັນທີ 31 ພຶດສະພາປີ 2023.

      ໃນມື້ດຽວກັນ, ມະຕິດັ່ງກ່າວໄດ້ຜ່ານການຮັບຮອງດ້ວຍຜົນລົງຄະແນນສຽງ 10 ບັດເຫັນດີແລະ 5 ບັດງົດອອກສຽງ. ມະຕິດັ່ງກ່າວໄດ້ແກ່ຍາວໄລຍະປະຕິບັດໜ້າທີ່ຂອງໜ່ວຍງານຜູ້ຊ່ຽວຊານທີ່ຊ່ວຍວຽກຄະນະກຳມະການການລົງໂທດຊູດັງໃຕ້ຈົນຮອດວັນທີ 1 ກໍລະກົດປີ 2023. ອີງຕາມມະຕິດັ່ງກ່າວ, ການຫ້າມບໍ່ໃຫ້ຂົນສົ່ງອາວຸດບໍ່ລວມທັງການສະໜອງ,ຈຳໜ່າຍແລະໂອນອາວຸດທີ່ບໍ່ຂົ່ມຂູ່ຊີວິດເພື່ອຊ່ວຍຊູການຈັດຕັ້ງປະຕິບັດສັນຍາວ່າດ້ວຍສັນຕິພາບ; ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະອີງຕາມສະພາບການສຳເລັດມາດຕະຖານໃຈກາງ, ມາດັດແກ້, ຢຸດຕິຊົ່ວຄາວຫຼືຍົກເລີກການຫ້າມບໍ່ໃຫ້ຂົນສົ່ງອາວຸດທີ່ມີຕໍ່ຊູດັງໃຕ້ເປັນກ້າວໆ.