ອາເມຣິກາຈະໃຫ້ການຊ່ວຍເຫຼືອລ້າແກ່ອູແກຣນຫວະ?

2022-05-27 09:43:18 CRI

ວັນທີ 21 ພຶດສະພານີ້ຕາເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນກົດໝາຍວ່າດ້ວຍການຊ່ວຍເຫຼືອອູແກຣນທີ່ມີມູນຄ່າເກືອບ 40 ຕື້ໂດລາສະຫະລັດສະບັບໜຶ່ງ. ໃນນັ້ນ, ການຊ່ວຍເຫຼືອທາງການທະຫານໄດ້ກວມອັດຕາສ່ວນສ່ວນຫຼາຍ. ການກະທຳແບບນີ້ຂອງອາເມຣິກາເບິ່ງຄືວ່າ ເປັນການຊ່ວຍເຫຼືອທີ່ເອື້ອເຟື້ອເພື່ອແຜ່, ແຕ່ທີ່ຈິງແລ້ວກໍແມ່ນເພື່ອຜົນປະໂຫຍດສ່ວນຕົວຂອງອາເມຣິກາລ້ວນໆ.