ຈີນຄອງຄອຍມີຄູ່ຮ່ວມອຸດົມຄະຕິທີ່ຫຼາຍກວ່າເກົ່າເຂົ້າເປັນສະມາຊິກໃນ“ຄອບຄົວໃຫຍ່”ຂອງບຣິກສ

2022-05-28 15:41:24 cri


ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວໃນວັນທີ 27 ພຶດສະພາ ນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກວ່າ,ໃນຖານະ ເປັນປະເທດປະທານຂອງບຣິກສປະຈຳປີນີ້,ຝ່າຍຈີນຕັ້ງໜ້າສະໜັບສະໜູນປະ ເທດບຣິກສເລີ່ມດຳເນີນຂະບວນການຂະຫຍາຍສະມາຊິກ,ຄອງຄອຍມີຄູ່ຮ່ວມອຸດົມຄະຕິທີ່ຫຼາຍກວ່າເກົ່າເຂົ້າເປັນສະມາຊິກໃນ “ຄອບຄົວໃຫຍ່”ຂອງບຣິກສ.


ມີນັກຂ່າວຖາມວ່າ,ນັບແຕ່ປີນີ້ເປັນຕົ້ນມາ,ອັກຊັງຕິນແລະປະເທດອື່ນໆກ່າວວ່າ,ມີເຈດຕະນາຢາກເຂົ້າເປັນສະມາຊິກຂອງປະເທດບຣິກສ.ມີລາຍງານຂ່າວໃຫ້ຮູ້ວ່າ,ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນວັນທີ 25 ພຶດສະພາ ນີ້ວ່າ,ຝ່່າຍຣັດເຊຍສະໜັບສະໜູນຂະບວນການຂະຫຍາຍສະມາຊິກປະເທດ ບຣິກສທີ່ຝ່າຍຈີນສະເໜີອອກມາ.


ໃນເວລາກ່າວເຖິງຄວາມເຫັນທີ່ມີຕໍ່ການຂະຫຍາຍສະມາຊິກບຣິກສ,ທ່ານ ວ່າງເວີນປິ່ນຕອບວ່າ,ປະເທດບຣິກສແມ່ນກົນໄກຮ່ວມມືທີ່ສຳຄັນລະຫວ່າງ ຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາ,ທັງແມ່ນເວທີສຳຄັນຂອງການ ຮ່ວມມືໃຕ້ໆຫຼືການຮ່ວມມືລະຫວ່າງປະເທດພວມພັດທະນາ.ນັບແຕ່ອົງການ ປະເທດບຣິກສໄດ້ສ້າງຕັ້ງຂຶ້ນເປັນເວລາ 16 ປີມານີ້,ໄດ້ຮັກສາທ່ວງທ່າ ພັດທະນາອັນດີງາມ,ການຮ່ວມມືຕົວຈິງໃນຂົງເຂດຕ່າງໆໄດ້ລົງສູ່ລວງເລິກຢ່າງຕໍ່ເນື່ອງ.ກົນໄກປະເທດບຣິກສນັບຕັ້ງແຕ່ສ້າງຕັ້ງຂຶ້ນເປັນຕົ້ນມາກໍ່ໄດ້ຕິດພັນກັບ ຊາຕາກຳຂອງຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາອັນໄພສານຢ່າງແໜ້ນແຟ້ນ. ປະເທດບຣິກສເປັນເອກະສັນກັນເຫັນວ່າຕ້ອງເພີ່ມທະວີການຮ່ວມມື ກັບຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາອື່ນໆ, ຮ່ວມກັນຮັບມືກັບສິ່ງ ທ້າທາຍ,ປົກປັກຮັກສາຜົນປະໂຫຍດຮ່ວມແລະໂອກາດການພັດທະນາຂອງ ຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາ. ຝ່າຍຈີນຈະຊຸກຍູ້ບັນດາຝ່າຍ ຂອງອົງການປະເທດບຣິກສລົງເລິກປຶກສາຫາລືກ່ຽວກັບບັນຫາຂະຫຍາຍສະມາ ຊິກເພື່ອກຳນົດມາດຕະຖານແລະລະບຽບການກ່ຽວກັບການຂະຫຍາຍສະມາຊິກ ບົນພື້ນຖານປືກສາຫາລືເປັນເອກະພາບກັນ.