“ງານວາງສະແດງຜົນງານສິລະປະຂອງຫານເໝີຍລິນ” ເຊີນຊວນທ່ານເຂົ້າຊົມ “ໂລກຂອງເໝີຍລິນ”

2022-05-28 15:38:08 CRI


“ຂ້າພະເຈົ້າມີຄວາມກ້າວໜ້າທຸກມື້!” ນີ້ຄືຄວາມເວົ້າທີ່ທ່ານຫານເໝີຍລິນ ນັກສິລະປະທີ່ມີຊື່ສຽງຂອງຈີນມັກເວົ້າເລື້ອຍໆ, ຄືກັນກັບທ່ານເຄີຍອອກແບບຕຸກກະຕານຳໂຊກ “ຟູວາ”ໃຫ້ກັບງານກິລາໂອລິມປິກປັກກິ່ງປີ 2008ຕິດພັນກັບວັດທະນະທຳມູນເຊື້ອຂອງຈີນ ແລະ ຫົວຄິດປະດິດສ້າງໃໝ່, ທ່ານຫານເໝີຍລິນທີ່ມີອາຍຸຫຼາຍກວ່າ 80 ປີໃນປັດຈຸບັນ, ຍັງໄດ້ສະແດງໃຫ້ເຫັນຫົວຄິດປະດິດສ້າງ ແລະ ເຕັມໄປດ້ວຍພະລັງຊີວິດໃນຜົນງານສິລະປະຂອງທ່ານ.

 




ວັນທີ 26 ພຶດສະພາ 2022ນີ້, “ງານວາງສະແດງຜົນງານສິລະປະຂອງຫານເໝີຍລິນ” ໄດ້ຕ້ອນຮັບຜູ້ຊົມຊຸດທຳອິດ. ໃນງານວາງສະແດງຄັ້ງນີ້ໄດ້ວາງສະແດງຜົນງານທີ່ງາມປານີດປະເພດຕ່າງໆຂອງທ່ານຫານເໝີຍລິນຕັ້ງ 400 ກວ່າອັນ, ໂດຍໄດ້ກວມລວມໜັງສືຂຽນງາມ, ຮູບແຕ້ມດ້ວຍນ້ຳມຶກ, ການແກະສະຫຼັກ, ເຄື່ອງປັ້ນດິນເຜົາ, ແກະສະຫຼັກໄມ້, ຮູບປັ້ນດ້ວຍເຫຼັກ, ຫັດຖະກຳພື້ນເມືອງ ແລະ ອື່ນໆ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະພາບຜົນງານທີ່ມີຊີວິດຊີວາ ເບິ່ງໂລກໃນແງ່ດີ ກໍຄືໂສມໜ້າແຫ່ງການປະດິດສ້າງທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນຂອງນັກສິລະປະທ່ານນີ້.