ຈີນບໍ່ມີຄວາມຈຳເປັນໄປກັກຕຸນສະບຽງອາຫານຢູ່ຕະຫຼາດສາກົນ

2022-05-28 16:12:41 cri


   ຕໍ່ກັບບາງປະເທດຕາເວັນຕົກປ່າວຖ້ອຍຄວາມວ່າຈີນກັກຕຸນສະບຽງອາຫານ ຢູ່ຕະຫຼາດສາກົນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວ ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 27 ພຶດສະພານີ້ວ່າ,ຈີນມີເງື່ອນໄຂ ມີຄວາມສາມາດແລະມີຄວາມໝັ້ນໃຈຢ່າງສົມບູນທີ່ຈະອາໄສກຳລັງຂອງຕົນເພື່ອ ແກ້ໄຂບັນຫາສະບຽງອາຫານຂອງປະຊາຊົນຈີນໃຫ້ດີ,ບໍ່ມີຄວາມຈຳເປັນໄປກັກ ຕຸນສະບຽງອາຫານຢູ່ຕະຫຼາດສາກົນ.


   ໃນເວລາຕອບຄຳຖາມຂອງນັກຂ່າວ,ທ່ານວ່າງເວີນປິ່ນໄດ້ກ່າວວ່າ, “ລັດຖະ ບານຈີນໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ມາໂດຍຕະຫຼອດ,ພວກເຮົາປະຕິບັດຕາມທັດສະນະຄວາມໝັ້ນຄົງດ້ານສະບຽງອາຫານທີ່ກຸ້ມຕົນເອງໂດຍພື້ນຖານແລະມີຄວາມໝັ້ນຄົງເດັດຂາດ.ຮອດປີ 2021, ຜົນຜະລິດສະບຽງອາຫານຂອງຈີນໄດ້ຮັກສາຢູ່ໃນລະດັບຫຼາຍກວ່າ 650 ລ້ານ ໂຕນເປັນເວລາ 7 ປີລິນຕິດ,ເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຜະລິດ ສະບຽງອາຫານແລະເປັນປະເທດໃຫຍ່ອັນດັບສາມດ້ານການສົ່ງອອກສະບຽງອາ ຫານຂອງໂລກ.ຈີນໄດ້ນຳໃຊ້ເນື້ອທີ່ດິນບໍ່ຮອດ 9%ຂອງໂລກໂດຍໄດ້ບັນລຸຜົນ ຜະລິດສະບຽງອາຫານກວມປະມານໜຶ່ງສ່ວນສີ່ຂອງໂລກ,ສາມາດລ້ຽງປະຊາ ກອນກວມໜຶ່ງສ່ວນຫ້າຂອງໂລກ,ນີ້ກໍ່ຄືການປະກອບສ່ວນສຳຄັນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ.ໃນຂະນະດຽວກັນ,ຈີນໄດ້ສະແດງໃຫ້ເຫັນຄວາມ ຮັບຜິດຊອບຂອງປະເທດໃຫຍ່,ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ.”


   ທ່ານວ່າງເວີນປິ່ນໄດ້ກ່າວຕື່ມວ່າ,ນັບແຕ່ເກີດມີການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ,ຈີນໄດ້ຕອບສະໜອງຂໍ້ລິເລີ່ມຂອງອົງການສະຫະປະຊາ ຊາດແລະອົງການຈັດຕັ້ງສາກົນອື່ນໆໂດຍໄດ້ໃຫ້ການຊ່ວຍເຫຼືອດ້ານສະບຽງອາ ຫານໂດຍດ່ວນແກ່ປະເທດຈຳນວນໜຶ່ງ,ການປະກອບສ່ວນອັນຕັ້ງໜ້າຂອງຈີນ ເຂົ້າໃນການຮັກສາຄວາມໝັ້ນທ່ຽງດ້ານການຜະລິດແລະການສະໜອງສະບຽງອາຫານຂອງໂລກໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງກວ້າງຂວາງຈາກປະຊາຄົມໂລກ.