ກົມການເມືອງສູນກາງພັກກອມມູນິດຈີນຈັດກອງປະຊຸມເພື່ອພິຈາລະນາ “ກົດລະບຽບກ່ຽວກັບວຽກງານປຶກສາການເມືອງຂອງພັກກອມມູນິດຈີນ”

2022-05-28 10:12:46 CRI


ວັນທີ 27 ພຶດສະພານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມເພື່ອພິຈາລະນາ “ກົດລະບຽບກ່ຽວກັບວຽກງານປຶກສາການເມືອງຂອງພັກກອມມູນິດຈີນ”. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມ.

 

ກອງປະຊຸມໄດ້ຊີ້ອອກວ່າ, ການປຶກສາການເມືອງແມ່ນພາກສ່ວນສຳຄັນໃນລະບອບທີ່ຫຼາຍພັກຮ່ວມມື ແລະ ປຶກສາການເມືອງພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ແມ່ນຮູບແບບສຳຄັນແຫ່ງປະຊາທິປະໄຕແບບປຶກສາຫາລືຂອງສັງຄົມນິຍົມ, ແມ່ນຊ່ອງທາງສຳຄັນທີ່ເຕົ້າໂຮມສະຕິປັນຍາ, ເພີ່ມຄວາມຮັບຮູ້ທີ່ເປັນເອກະພາບກັນ, ແລະຊຸກຍູ້ການຕັດສິນນະໂຍບາຍຕາມຫຼັກວິທະຍາສາດ ແລະ ປະຊາທິປະໄຕ. ການກຳນົດ “ກົດລະບຽບກ່ຽວກັບວຽກງານປຶກສາການເມືອງຂອງພັກກອມມູນິດຈີນ”, ມີຄວາມໝາຍສຳຄັນຕໍ່ການເພີ່ມທະວີການນຳພາຂອງພັກຕໍ່ວຽກງານປຶກສາການເມືອງ, ເຮັດໃຫ້ວຽການປຶກສາການເມືອງດຳເນີນໄປຕາມຫຼັກວິທະຍາສາດ ລະບຽບການ ແລະ ເປັນລະບຽບແບບແຜນກວ່າເກົ່າ, ຍຶດໝັ້ນ ແລະ ປັບປຸງລະບອບການເມືອງແບບໃໝ່ຂອງຈີນ, ປັບປຸງ ແລະ ພັດທະນາແນວໂຮມຮັກຊາດ.

 

ກອງປະຊຸມກ່າວເນັ້ນໜັກວ່າ, ຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຜ່ານລະບົບລະບຽບການ ແລະ ກົນໄກເຮັດວຽກຂອງວຽກງານປຶກສາການເມືອງພາຍໃຕ້ການນຳພາຂອງພັກ, ຮັບປະກັນທິດທາງການເມືອງທີ່ຖືກຕ້ອງຂອງການປຶກສາການເມືອງ, ຍົກສູງປະສິດທິພາບຂອງການປຶກສາການເມືອງ. ຕ້ອງຍຶດໝັ້ນປິ່ນອ້ອມວຽກງານໃຈກາງ, ຮັບໃຊ້ພາກສ່ວນໃຫຍ່, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ, ຜ່ານການປຶກສາການເມືອງເພື່ອສະແຫວງຫາຄວາມເຫັນທີ່ຄືກັນ, ສະຫງວນຄວາມເຫັນທີ່ແຕກຕ່າງກັນ, ສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນໃນບັນຫາພື້ນຖານ ແລະ ບັນຫາສຳຄັນ, ເຕົ້າໂຮມສາມັກຄີກຳລັງດ້ານຕ່າງໆຢູ່ອ້ອມຂ້າງພັກຢ່າງແໜ້ນແຟ້ນ, ຊຸກຍູ້ໃຫ້ກາຍເປັນກຳລັງແຮງທີ່ເຂັ້ມແຂງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.