ອົງການຄວບຄຸມພະຍາດອາເມຣິກາເຫັນວ່າ: ເຫດການຍິງປືນແມ່ນຄາດຕະກອນອັນດັບໜຶ່ງຂອງເດັກນ້ອຍອາເມຣິກາ

2022-05-28 15:33:19 cri


ຕົວເລກຂໍ້ມູນຂອງອົງການຄວບຄຸມພະຍາດອາເມຣິກາສະແດງໃຫ້ເຫັນວ່າ: ປີ 2020, ເຫດການຍິງປືນ ລວມທັງຖືກຂ້າແລະຂ້າໂຕຕາຍ ໄດ້ລື່ນກາຍອຸບັດຕິເຫດຄົມມະນາຄົມ, ກາຍເປັນສາເຫດຕົ້ນຕໍທີ່ສຸດທີ່ເຮັດໃຫ້ເດັກນ້ອຍແລະຊາວໜຸ່ມເຍົາວະຊົນຂອງອາເມຣິກາເສຍຊີວິດ.



ຕົວເລກສະຖິຕິດັ່ງກ່າວສະແດງໃຫ້ເຫັນວ່າ: ປີ 2020, ເດັກນ້ອຍແລະຊາວໜຸ່ມເຍົາວະຊົນຢູ່ອາເມຣິກາທີ່ມີອາຍຸໜ້ອຍກວ່າ 19 ປີ, ມີ 4.368 ຄົນເສຍຊີວິດໃນເຫດການຍິງປືນ ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າປີ 2019 ເຖິງ 29,5% ແລະຫຼາຍກວ່າ 10 ປີກ່ອນເຖິງ 63%. ແຕ່ໃນປີ 2020, ເດັກນ້ອຍແລະຊາວໜຸ່ມເຍົາວະຊົນຢູ່ອາເມຣິກາທີ່ມີອາຍຸໜ້ອຍກວ່າ 19 ປີ, ມີ 4036 ຄົນເສຍຊີວິດຍ້ອນອຸບັດຕິເຫດຄົມມະນາຄົມ.

ວັນທີ 26 ພຶດສະພານີ້, ວິທະຍຸ ABC ອາເມຣິກາໄດ້ລາຍງານວ່າ: ນັບແຕ່ອົງການຄວບຄຸມພະຍາດອາເມຣິກາເລີ່ມມີສະຖິຕິທີ່ກ່ຽວຂ້ອງເປັນຕົ້ນມາ, ນີ້ແມ່ນຄັ້ງທຳອິດທີ່ເຫດການຍິງປືນໄດ້ລື່ນກາຍອຸບັດຕິເຫດຄົມມະນາຄົມ, ກາຍເປັນສາເຫດຕົ້ນຕໍທີ່ສຸດທີ່ເຮັດໃຫ້ກຸ່ມຄົນທີ່ມີອາຍຸໜ້ອຍກວ່າ 19 ປີເສຍຊີວິດ.