ຫຼາຍປະເທດລາຍງານພົບກໍລະນີຕິດເຊື້ອຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດເພີ່ມຂຶ້ນເປັນ 650 ກໍລະນີ

2022-05-29 12:48:13 CRI


     ວັນທີ 27 ພຶດສະພາປີ 2022 ນີ້, ອົງການອະນາໄມໂລກແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 26 ພຶດສະພາປີ 2022 ນີ້, ປະເທດຕ່າງໆໄດ້ລາຍງານພົບກໍລະນີຕິດເຊື້ອຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດຈຳນວນ 650 ກໍລະນີຕໍ່ອົງການດັ່ງກ່າວ. ອົງການອະນາໄມໂລກໄດ້ກຳນົດຄວາມສ່ຽງການແຜ່ລະບາດໃນທົ່ວໂລກຂອງພະຍາດດັ່ງກ່າວເປັນລະດັບກາງເປັນການຊົ່ວຄາວ.


     ອີງຕາມຂໍ້ມູນຈາກອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ລະຫວ່າງວັນທີ 5 ເມສາຫາວັນທີ 26 ພຶດສະພາປີ 2022 ນີ້, ໃນບັນດາພາກພື້ນຂອງໂລກທີ່ອົງການອະນາໄມໂລກໄດ້ຂີດແບ່ງ, ໄດ້ມີ 33 ປະເທດຈາກ 5 ພາກພື້ນລາຍງານພົບກໍລະນີຕິດເຊື້ອຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດຈຳນວນ 650 ກໍລະນີ, ອີກ 99 ກໍລະນີຍັງພວມລໍຖ້າຜົນການວິໄຈປະເພດຕັບອັບເສບ. ອາການຂອງກໍລະນີຕິດເຊື້ອຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດ 650 ກໍລະນີນີ້ແມ່ນໜັກໜ່ວງກວ່າກໍລະນີຕິດເຊື້ອພະຍາດນີ້ທີ່ໄດ້ພົບໃນໄລຍະຜ່ານມາ ເຊິ່ງມີອັດຕາເກີດອາການຕັບຊຸດໂຊມລົງຢ່າງກະທັນຫັນສູງກວ່າເກົ່າ.


     ໃນກໍລະນີຕິດເຊື້ອຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດແລະພວມລໍຖ້າຜົນການວິໄຈປະເພດ, ມີ 374 ກໍລະນີມາຈາກ 22 ປະເທດຂອງພາກພື້ນທະວີບເອີຣົບທີ່ຂີດແບ່ງໂດຍອົງການອະນາໄມໂລກ, ພຽງແຕ່ຢູ່ອັງກິດກໍໄດ້ພົບ 222 ກໍລະນີ, ກໍລະນີທີ່ມາຈາກພາກພື້ນທະວີບອາເມຣິກາມີທັງໝົດ 240 ກໍລະນີ, ໃນນັ້ນ, ຢູ່ອາເມຣິກາໄດ້ພົບ 216 ກໍລະນີ, ກໍລະນີອື່ນໆແມ່ນແຈກຢາຍຢູ່ພາກພື້ນປາຊີຟິກຕາເວັນຕົກ ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະພາກພື້ນທະເລເມດີແຕຣາເນຕາເວັນອອກ.