ເກີດເຫດຍິງຄົນຢູ່ລັດໂຄໂລຣາໂດຂອງອາເມຣິກາ ຢ່າງໜ້ອຍມີຜູ້ໄດ້ຮັບບາດເຈັບ 3 ຄົນ

2022-05-29 15:09:41 cri

     ຕາມສື່ມວນຊົນຕ່າງປະເທດລາຍງານວ່າ: ໃນຕອນກາງຄືນວັນທີ 27 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຢູ່ສະຖານບັນເທີງແຫ່ງໜຶ່ງທີ່ເມືອງສປຣິງສ໌ລັດໂຄໂລຣາໂດຂອງອາເມຣິກາໄດ້ເກີດເຫດຍິງຄົນ. ພາຍຫຼັງຕຳຫຼວດເດີນທາງໄປຮອດສະຖານທີ່ເກີດເຫດ,ໄດ້ພົບເຫັນຢ່າງໜ້ອຍມີຜູ້ໄດ້ຮັບບາດເຈັບ 3 ຄົນ.

      ຈາກຜົນການກວດກາໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ: ມີຜູ້ຖືກສົງໄສ 1 ຄົນຫຼືຫຼາຍຄົນໄດ້ຍິງປືນໃສ່ສະຖານທີ່ດັ່ງກ່າວຫຼາຍເທື່ອແລ້ວຂັບລົດໜີ.

      ປັດຈຸບັນການສືບສວນ-ສອບສວນເຫດການຍັງພວມດຳເນີນຢູ່.