ທ່ານວາງອີ້ພົບປະກັບນາຍົກປະເທດນິວເອຜ່ານທາງວີດີໂອ

2022-05-30 17:32:31 cri


ວັນທີ29ພຶດສະພານີ້ຕາມເວລາທ້ອງຖິ່ນ, ທ່ານວາງອີ້ ທີ່ປຶກສາແຫ່ງລັດຈີນ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ດາທອນ ຕາເກີລາຈີ ນາຍົກລັດຖະມົນຕີ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດນິວເອ ຜ່ານທາງວີດີໂອ.

ທ່ານວາງອີ້ກ່າວວ່າ: ຈີນສະໜັບສະໜູນນິວເອເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ,ຈະຮ່ວມກັບນິວເອເພີ່ມທະວີການແລກປ່ຽນດ້ານນະໂຍບາຍ,ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ,ຈີນສົ່ງເສີມວິສາຫະກິດຈີນໄປລົງທຶນຢູ່ນິວເອ.

   ທ່ານທາເກີລາຈີໄດ້ສະແດງຄວາມຂອບໃຈອັນຈິງໃຈຕໍ່ຈີນທີ່ໃຫ້ຄວາມຊ່ວຍເຫຼືອທີ່ບໍ່ເຫັນແກ່ຕົວແລະການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການພັດທະນາຕົນເອງ ລວມທັງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນນິວເອໃຫ້ດີຂຶ້ນ. ນິວເອຖະນຸຖະໜອມສາຍພົວພັນມິດຕະພາບລະຫວ່າງນິວເອກັບຈີນແລະໄມຕີຈິດມິດຕະພາບທີ່ສະໜິດແໜ້ນລະຫວ່າງປະຊາຊົນສອງຊາດ,ຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ,ຄອງຄອຍລົງເລິກການຮ່ວມມືກັບຈີນໃນຂົງເຂດຕ່າງໆ,ຮ່ວມກັນຊຸກຍູ້ສັນຕິພາບ,ການພັດທະນາແລະຄວາມຈະເລີນຮຸ່ງເຮືອງ.