ລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ: ປະເທດຕາເວັນຕົກຫວັງຫັນສະຫະພາບເອີລົບໃຫ້ເປັນແບບການທະຫານຈະບໍ່ໄດ້ຮັບຜົນດີໃດໆ

2022-05-30 14:51:56 cri


    ວັນ
ທີ 29 ພຶດສະພານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງ, ທ່ານເຊີເກ ລາໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ປະເທດຕາເວັນຕົກຫວັງຫັນສະຫະພາບເອີລົບໃຫ້ເປັນແບບການທະຫານ ເຮັດໃຫ້ມີລັກສະນະການທະຫານ, ນີ້ຈະບໍ່ໄດ້ຮັບຜົນດີໃດ. ສະຫະພາບເອີລົບທີ່ຫັນເປັນແບບການທະຫານຈະຖືກນາຕຖືເປັນສິ່ງສຳຮອງຂອງຕົນ ຫາກບໍ່ແມ່ນອົງກອນເອກະລາດທີ່ສາມາດຕົກລົງນຳໃຊ້ກຳລັງອາວຸດແນວໃດດ້ວຍຕົນເອງ.
     ທ່ານ
ເຊີເກ ລາໂລຟກ່າວຕື່ມວ່າ, ຖ້າວ່າເທດທັງຫຼາຍລ້ວນແຕ່ຫວັງໃຫ້ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳຂອງໂລກ ພ້ອມທັງຫວັງໃຫ້ຈັດຕັ້ງປະຕິບັດສັນຍາທີ່ປະທານາທິບໍດີເທດຕ່າງໆຂອງເອີລົບໄດ້ເຊັນກັນພາຍໃນຂອບອົງການຄວາມໝັ້ນຄົງເອີລົບ ແລະ ເຫັນດີນຳຫຼັກການຄວາມໝັ້ນຄົງທີ່ສະເໝີພາບ ແລະ ແບ່ງແຍກບໍ່ໄດ້, ເຫັນວ່າປະເທດໃດກໍ່ບໍ່ຄວນເພີ່ມທະວີຄວາມໝັ້ນຄົງຂອງຕົນໂດຍຜ່ານການເສຍສະຫຼະຂອງປະເທດອື່ນໆ, ສະນັ້ນ ການຫາລືບັນຫາເຫຼົ່ານີ້ແມ່ນມີຄວາມຈຳເປັນ. ແຕ່ຫຼັງຈາກເຫດການທີ່ໄດ້ສະແດງໃຫ້ເຫັນຈຸດປະສົງຕໍ່ຣັດເຊຍທີ່ແທ້ຈິງຂອງປະເທດຕາເວັນຕົກເກີດຂຶ້ນແລ້ວ, ຣັດເຊຍຈະຫາລືບັນຫາທີ່ກ່ຽວຂ້ອງດ້ວຍແງ່ທີ່ບໍ່ຄືກັບເມື່ອກ່ອນ, ຣັດເຊຍຈະບໍ່ເຊື່ອອັນທີ່ເອີ້ນວ່າຄຳໝັ້ນສັນຍາອີກຕໍ່ໄປ.