ເຮືອບິນທີ່ຫາຍສາບສູນຂອງເນປານຍັງບໍ່ທັນໄດ້ຄົ້ນພົບເທື່ອ

2022-05-30 10:16:07 cri

ເວລາ 9 ໂມງ 55 ນາທີຂອງວັນທີ 29 ພຶດສະພານີ້ຕາມເວລາທ້ອງຖິ່ນ, ເຮືອບິນໂດຍສານລຳໜຶ່ງທີ່ບິນຈາກໂພກຮາລາ, ເມືອງພາກກາງ ບິນໄປສູ່ສະໜາມບິນໂຈມໂຊມຂອງເຂດມູສທັງ ພາກຕາເວັນຕົກສຽງເໜືອຂອງປະເທດເນປານ ບໍ່ສາມາດຕິດຕໍ່ພົວພັນໄດ້, ຢູ່ເຮືອບິນລຳດັ່ງກ່າວ ມີຜູ້ໂດຍສານຂອງເນປານ 13 ຄົນ, ອິນເດຍ 4 ຄົນ ແລະ ເຢຍລະມັນ 2 ຄົນ, ນອກນີ້ ຍັງມີຈຸບິນ 3 ຄົນ.

ອີງຕາມສື່ມວນຊົນເນປານລາຍງານໃຫ້ຮູ້ວ່າ: ເຮືອບິນໂດຍສານຂະໜາດນ້ອຍທີ່ຫາຍສາບສູນໃນຕອນເຊົ້າວັນທີ 29 ພຶດສະພານີ້ ອາດຈະຖືກຄົ້ນພົບແລ້ວຢູ່ຮ່ອມພູແຫ່ງໜຶ່ງທາງພາກຕາເວັນຕົກສຽງເໜືອຂອງເນປານ, ແຕ່ຂ່າວນີ້ຍັງບໍ່ທັນໄດ້ຮັບການຢືນຢັນຈາກທາງການເທື່ອ. ຜູ້ຊ່ວຍໂຄສົກກອງທັບບົກຂອງເນປານກ່າວວ່າ, ຫຼັງຈາກເຮືອບິນລຳດັ່ງກ່າວຫາຍສາບສູນແລ້ວ, ກຳລັງຊ່ວຍເຫຼືອກອບກູ້ໄດ້ພາກັນໄປສູ່ບ່ອນເກີດເຫດ, ແຕ່ຍ້ອນສະພາບອາກາດບໍ່ອຳນວຍ, ສະນັ້ນ ຍັງບໍ່ທັນມີກຳລັງຊ່ວຍເຫຼືອກອງໃດໄດ້ໄປຮອດເທື່ອ.