ອົງການ WHO ປັບປຸງການປະເມີນຄວາມສ່ຽງຂອງໝາກສຸກລີງຕໍ່ລະບົບສາທາລະນະສຸກທົ່ວໂລກເປັນລະດັບກາງ

2022-05-30 14:44:44 cri

    ວັນທີ 29 ພຶດສະພານີ້, ອົງການອະນາໄມໂລກ ຫຼື WHO ໄດ້ປະກາດແຈ້ງການວ່າ, ນັບແຕ່ວັນທີ 13 ຫາວັນທີ 26 ພຶດສະພານີ້, ມີ 23 ປະເທດ ແລະ ເຂດແຄວ້ນທີ່ໝາກສຸກລີງແຜ່ລະບາດໄດ້ແຈ້ງຜູ້ຕິດເຊື້ອພະຍາດ 257 ກໍລະນີຕໍ່ອົງການ WHO, ພ້ອມນັ້ນຍັງມີ 120 ກໍລະນີຖືກສົງໄສ.
    ອົງການ WHO ຄາດຄະເນວ່າ, ຄຽງຄູ່ກັບຂອບເຂດການຕິດຕາມກວດກາເພີ່ມຂຶ້ນ ຍັງຈະປາກົດເຫັນຜູ້ຕິດເຊື້ອພະຍາດໝາກສຸກລີງຈຳນວນຫຼາຍກວ່າເກົ່າ.
ເຊື້ອພະຍາດອາດໄດ້ແຜ່ລະບາດຫຼາຍສັບປະດາແລ້ວ ຫຼື ເວລາດົນກວ່ານີ້ແຕ່ບໍ່ໄດ້ປາກົດເຫັນ ພ້ອມກັນນັ້ນຍັງມີການແຜ່ລະບາດຈາກຄົນສູ່ຄົນຢ່າງກວ້າງຂວາງ.
    ອົງການ WHO
ໄດ້ປັບປຸງການປະເມີນຄວາມສ່ຽງຂອງໝາກສຸກລີງຕໍ່ລະບົບສາທາລະນະສຸກທົ່ວໂລກເປັນລະດັບກາງ.