ທ່ານວາງອີ້ພົບປະກັບເລຂາທິການໃຫຍ່ເວທີປຶກສາຫາລືປະເທດເກາະດອນປາຊິຟິກ

2022-05-30 17:30:21 cri

ວັນທີ29ພຶດສະພານີ້ຕາມເວລາທ້ອງຖິ່ນ,ທ່ານວາງອີ້ ທີ່ປຶກສາແຫ່ງລັດ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານເຮນຣີ ພູນາ ເລຂາທິການໃຫຍ່ເວທີປຶກສາຫາລືປະເທດເກາະດອນປາຊິຟິກ.

   ທ່ານວາງອີ້ກ່າວວ່າ: ເສດຖະກິດຈີນມີພະລັງຫຼາຍ,ສະພາບພະຍາດໂຄວິດ-19ຈະບໍ່ສາມາດສະກັດກັ້ນບາດກ້າວການພັດທະນາຂອງຈີນໄດ້,ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງກວ້າງຂວາງແລະໃນລະດັບເລິກເຊິ່ງກວ່າເກົ່າຢ່າງເດັດດ່ຽວໜຽວແໜ້ນ,ຍິນດີຊົມໃຊ້ຜົນປະໂຫຍດແລະກຳໄລດ້ານການພັດທະນາກັບປະເທດເກາະດອນຕ່າງໆຮ່ວມກັນ,ຍິນດີຕ້ອນຮັບຜະລິດຕະພັນຄຸນນະພາບດີຂອງປະເທດເກາະດອນປາຊິຟິກຈຳນວນຫຼາຍທີ່ນຳເຂົ້າສູ່ຕະຫຼາດຈີນ.

   ທ່ານເຮນຣີ ພູນາກ່າວວ່າ: ຈີນແມ່ນຄູ່ສົນທະນາແລະຄູ່ຮ່ວມພັດທະນາທີ່ສຳຄັນຂອງປະເທດເກາະດອນປາຊິຟິກ,ໄດ້ປະກອບສ່ວນທີ່ຂາດບໍ່ໄດ້ຕໍ່ການພັດທະນາຂອງປະເທດເກາະດອນມາເປັນເວລາຍາວນານ,ຄອງຄອຍເພີ່ມທະວີການເຊື່ອມຈອດກັນດ້ານຍຸດທະສາດການພັດທະນາກັບຈີນ,ເປີດກວ້າງການຮ່ວມມືກັນໃນຂົງເຂດເສດຖະກິດການຄ້າ,ການສຶກສາ,ເສດຖະກິດສີຟ້າແລະຂົງເຂດອື່ນໆ,ອາໄສໂອກາດການພັດທະນາຂອງຈີນຢ່າງເຕັມທີ່,ໂດຍສະເພາະແມ່ນທ່າແຮງດ້ານເສດຖະກິດດີຈີຕອນ, ເພື່ອບັນລຸການພັດທະນາແບບຍືນຍົງແລະມີຫຼາຍຮູບແບບ.