ມາເບິ່ງຮູບດິນຊຸ່ມທີ່ສວຍງາມຂອງຈີນ

2022-05-31 21:13:43 cri

      “ກົດໝາຍວ່າດ້ວຍການສະຫງວນດິນຊຸ່ມຂອງສາທາລະນະລັດປະຊາຊົນຈີນ” ໄດ້ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການແຕ່ວັນທີ 1 ມິຖຸນານີ້ເປັນຕົ້ນໄປ. ເຊິ່ງເປັນ ກົດໝາຍກ່ຽວກັບການສະຫງວນດິນຊຸ່ມສະເພາະກິດສະບັບທຳອິດຂອງຈີນ, ເປັນໝາກ ຜົນທີ່ສຳຄັນຂອງຈີນໃນການບໍລິຫານການສ້າງອະລິຍະທຳຊີວະຊາດຕາມກົດໝາຍ.

      ດິນຊຸ່ມເປັນໜຶ່ງໃນລະບົບຊີວະຊາດທີ່ສຳຄັນຂອງໂລກ ໂດຍມີສະມັດຖະພາບ ຂອງຊີວະຊາດທີ່ສຳຄັນຕ່າງໆເຊັ່ນ ບຳລຸງແຫຼ່ງນ້ຳ, ເຮັດໃຫ້ນ້ຳບໍລິສຸດ, ປົກປັກຮັກສາ ຊີວະນາໆພັນ, ເຮັດໃຫ້ສະພາບດິນຟ້າອາກາດມີຄວາມດຸນດ່ຽງ ແລະຫຼຸດ  ກາກບອນດີ ອອກຊິດໃນອາກາດໃຫ້ໜ້ອຍລົງແລະອື່ນໆ. ຖືກເອີ້ນເປັນ ໝາກໄຂ່ຫຼັງຂອງໂລກ” ແລະ ຄັງກິນເນແນວພັນ”.

      ໃນຊຸມປີຜ່ານມາ, ຈີນໄດ້ເພີ່ມທະວີການສະຫງວນດິນຊຸ່ມຢ່າງບໍ່ຢຸດຢັ້ງ, ໄດ້ສ້າງ ຕັ້ງລະບົບການບໍລິຫານທີ່ກ່ຽວຂ້ອງໃນເບື້ອງຕົ້ນ. ຕາມສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດເດືອນທັນວາປີ 2021, ຢູ່ຈີນໄດ້ມີດິນຊຸ່ມທີ່ສຳຄັນລະດັບສາກົນທັງໝົດ 64 ແຫ່ງ, ດິນຊຸ່ມທີ່ສຳຄັນລະດັບຊາດ 29 ແຫ່ງ, ດິນຊຸ່ມທີ່ສຳຄັນຂັ້ນແຂວງ 1.001 ແຫ່ງ, ໄດ້ສ້າງເຂດສະຫງວນທຳມະຊາດດິນຊຸ່ມ 600 ກວ່າແຫ່ງ, ສວນສາທາລະນະດິນຊຸ່ມ 1.600 ກວ່າແຫ່ງ ແລະເຂດຄຸ້ມຊົນສະຫງວນດິນຊຸ່ມເປັນຈຳນວນຫຼາຍ, ອັດຕາການ ສະຫງວນດິນຊຸ່ມໄດ້ຍົກສູງຂຶ້ນເປັນ 50% ຂຶ້ນໄປ.

ນົກນ້ຳກຳລັງຫາກິນຢູ່ເຂດສະຫງວນທຳມະຊາດດິນຊຸ່ມລະດັບຊາດລ່າຫຼູ້ ເຂດປົກ ຄອງຕົນເອງຕິເບດຂອງຈີນ.

      ດິນຊຸ່ມໄຫເຟີ່ງຢູ່ເຂດຈ່ານຢີ້ນະຄອນສູ້ຈີ້ງ ແຂວງຢຸນນານ

      ກວາງອູດຝູງໜຶ່ງຢູ່ສວນສາທາລະນະດິນຊຸ່ມແຫ່ງຊາດສິນຫູຂອງແຂວງຈ່ຽງຊູ່

      ນົກບິນຢູ່ທ່າມກາງດອກໄມ້ໃບຫຍ້າທີ່ສວນສາທາລະນະດິນຊຸ່ມແຫ່ງຊາດປີ້ເຫີ ແຂວງອ່ານຫຸ່ຍ

      ຢູ່ສວນສາທາລະນະດິນຊຸ່ມແຫ່ງຊາດນ້ຳກູນານ, ເມືອງຝາງ, ແຂວງຫູເປີຍ, ມີສາຍນ້ຳ ແລະພູສະຫຼັບຊັບຊ້ອນກັນ, ທ້ອງຟ້າແຈ່ມໃສ ແລະນ້ຳໃສຄືຮູບແຕ້ມຜືນໜຶ່ງ.

      ນົກ Anser indicus ເປັນຝູງຢູ່ເຂດດິນຊຸ່ມຢຽນສືຫວ່ານຊູ້ເປີຍ ນະຄອນຈີວສວນແຂວງກ່ານຊູ້

ນົກອົບພະຍົບຊະນິດຕ່າງໆ ຫຼິ້ນ ແລະຫາກິນຢູ່ເຂດດິນຊຸ່ມທົ່ງຫຍ້າ ຄູ້ຫຼູຊື່ໄຕ ຂອງເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງຈີນ

ຢູ່ສວນສາທາລະນະດິນຊຸ່ມນານຫູ ທີ່ນະຄອນໂຮ ຮອດເຂດປົກຄອງຕົນເອງ ມົງໂກໃນຂອງຈີນ. ທ້ອງຟ້າແຈ່ມໃສ, ເມກເຝື້ອຂາວສະອາດ ແລະນ້ຳໃສງາມຄືຮູບພາບ.