ສະຫະພາບເອີລົບມີຄວາມເຫັນເປັນເອກະພາບກັນກ່ຽວກັບການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ

2022-05-31 10:57:47 cri

    ຕອນຄ່ຳວັນທີ 30 ພຶດສະພານີ້ຕາເວລາທ້ອງຖິ່ນ, ທ່ານ ຊາເລັສ ມີແຊວ ປະທານສະພາມົນຕີເອີລົບ ໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ: ສະຫະພາບເອີລົມີຄວາມເຫັນເປັນເອກະພາບກັນກ່ຽວກັບການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ, ໂດຍຈະຫ້າມນຳເຂົ້ານ້ຳມັນເຊື້ອໄຟໃນປະລິມານ 2 ສ່ວນ 3 ຈາກຣັດເຊຍໃນທັນທີ.

ທ່ານ ມີແຊວ ກ່າວຕື່ມວ່າ: ຜູ້ນຳບັນດາປະເທດສະຫະພາບເອີລົບ ຍັງໄດ້ເຫັນດີນຳຈະປັດເຂ່ຍທະນາຄານສະເບີ ເຊິ່ງເປັນທະນາຄານໃຫຍ່ທີ່ສຸດຂອງຣັດເຊຍ ໃຫ້ອອກຈາກສະມາຄົມໂທລະຄົມມະນາຄົມລະຫວ່າງທະນາຄານທົ່ວໂລກ ຫຼື swift.

ຈາກນັ້ນບໍ່ດົນ, ທ່ານນາງ ເອີຊູລາ ວອນ ເດີ ເລເອິນ ປະທານສະຫະພາບເອີລົບ ໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ, ທ່ານຂໍສະແດງຄວາມຊົມເຊີຍຕໍ່ຜູ້ນຳບັນດາປະເທດສະຫະພາບເອີລົບທີ່ໄດ້ມີຄວາມເຫັນເປັນເອກະພາບກັນໃນບັນຫາການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ, ແລະເຫັນວ່າ, ການກະທຳດັ່ງກ່າວຈະຫຼຸດຈຳນວນນ້ຳມັນເຊື້ອໄຟທີ່ນຳເຂົ້າຈາກຣັດເຊຍນັ້ນໃຫ້ໜ້ອຍລົງ 90% ກ່ອນທ້າຍປີນີ້.