ທ່ານ ສີຈີ້ນຜິງ ພົບປະກັບທ່ານຫຼີເຈ່ຍສ່າວ ຜູ້ວ່າການບໍລິຫານເຂດຮົງກົງຄົນໃໝ່

2022-05-31 14:05:27 cri


    ຕອນບ່າຍວັນທີ 30 ພຶດສະພານີ້, ຢູ່ຫໍຮັບແຂກເມືອງຕ້ຽວຢວີທາຍທີ່ນະຄອນຫຼວງປັກກິ່ງ, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະ
ກັບທ່ານຫຼີເຈ່ຍສ່າວ ຜູ້ວ່າການບໍລິຫານເຂດພິເສດຮົງກົງຊຸດທີ 6 ທີ່ຮັບເລືອກຕັ້ງໃໝ່ ແລະ ໄດ້ຮັບການແຕ່ງຕັ້ງຂອງລັດຖະບານກາງຂອງຈີນ.
    ທ່ານສີຈີ້ນຜິງກ່າວເນັ້ນວ່າ, ປີນີ້ແມ່ນເຂດຮົງກົງກັບຄືນປະເທດຊາດຄົບຮອບ 25 ປີ. ໃນເວລາ 25
ປີຜ່ານມານີ້, ເຖິງວ່າໄດ້ຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ຟ້າຝົນລົແດງ, ແຕ່ການປະຕິບັດນະໂຍບາຍ “ປະເທດດຽວສອງລະບອບ” ຢູ່ຮົງກົງໄດ້ຮັບຜົນງານທີ່ເຫັນໄດ້ຢ່າງປະຈັກຕາໃນທົ່ວໂລກ. ຂ້າພະເຈົ້າເຊື່ອວ່າ, ອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດໃໝ່ຍ່ອມຈະມີຜົນງານໃໝ່, ການພັດທະນາຂອງຮົງກົງກໍ່ຍ່ອມຈະມີໂສມໜ້າໃໝ່.