ຕວກກີກັບສະຫະພາບເອີລົບຈະຈັດກອງປະຊຸມສົນທະນາທາງການເມືອງ

2022-05-31 11:04:20 cri


    ວັນ
ທີ 30 ພຶດສະພານີ້, ກະຊວງການຕ່າງປະເທດຕວກກີອອກຖະແຫຼງການວ່າ, ຄະນະຜູ້ແທນຕວກກີ ແລະ ຄະນະຜູ້ແທນສະຫະພາບເອີລົບຈະຈັດກອງປະຊຸມາສົນທະນາທາງການເມືອງຢູ່ນະຄອນຫຼວງອັງກາຣາຂອງຕວກກີໃນວັນທີ 31 ພຶດສະພາ.
    ສອງ
ຝ່າຍຈະແລກປ່ຽນຄວາມຄິດເຫັນຕໍ່ການພົວພັນລະຫວ່າງຕວກກີ ກັບ ສະຫະພາບເອີລົບ ພ້ອມທັງວຽກງານພາກພື້ນ ແລະ ສາກົນ.
     ຕວກກີ
ຮ້ອງຂໍເຂົ້າເປັນສະມາຊິກສະຫະພາບເອີລົບໃນປີ 1987 ແລະ ໄດ້ຮັບສິດເປັນປະເທດສະໝັກຮັບເລືອກຕັ້ງໃນປີ 1999, ການເຈລະຈາກ່ຽວກັບຕວກກີເຂົ້າເປັນສະມາຊິກສະຫະພາບເອີລົບເລີ່ມາແຕ່ປີ 2005, ແຕ່ຂະບວນການເຈລະຈາໄດ້ພົບຄວາມຫຍຸ້ງຍາກຈຳນວນຫຼວງຫຼາຍ.