ອາເມຣິກາຈະສະໜອງລະບົບລູກສອນໄຟນຳວິຖີໄລຍະກາງໃຫ້ອູແກຣນ

2022-06-01 14:47:16 cri

  ວັນທີ31ພຶດສະພາແລ້ວນີ້, ລັດຖະບານອາເມຣິກາໄດ້ປະກາດວ່າ ຈະສະໜອງລະບົບລູກສອນໄຟນຳວິຖີໄລຍະກາງທີ່ມີວິທະຍາສາດເຕັກນິກສູງຈຳນວນໜ້ອຍ ໃຫ້ແກ່ອູແກຣນ. ມື້ດຽວກັນ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດບົດໜຶ່ງຜ່ານສື່ສັງຄົມອອນລາຍໂດຍຢືນຢັນວ່າ,ທ່ານໄດ້ຕົກລົງສະໜອງລະບົບລູກສອນໄຟນຳວິຖີທີ່ກ້າວໜ້າກວ່າເກົ່າໃຫ້ແກ່ອູແກຣນ,ເພື່ອເຮັດໃຫ້ອູແກຣນສາມາດໂຈມຕີເປົ້າໝາຍໃນສະໜາມຮົບໄດ້ຢ່າງແມ່ນຢຳກວ່າເກົ່າ.