ອົງການພະລັງງານສາກົນເຕືອນວ່າທົ່ວໂລກໄດ້ຜະເຊີນກັບວິກິດການພະລັງງານ3ຢ່າງ

2022-06-01 14:49:39 cri

ວັນທີ31ພຶດສະພາແລ້ວນີ້ຕາມເວລາທ້ອງຖິ່ນ,ທ່ານ ຟາທິ ບີໂຣ ຜູ້ອຳນວຍການປະຕິບັດງານຂອງອົງການພະລັງງານສາກົນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຣັດເຊຍແມ່ນພື້ນຖານຂອງລະບົບພະລັງງານທົ່ວໂລກ,ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະການລົງໂທດຂອງປະເທດຕາເວັນຕົກຕໍ່ຣັດເຊຍ ເຮັດໃຫ້ທົ່ວໂລກໄດ້ຜະເຊີນກັບວິກິດການພະລັງງານ3ຢ່າງ ເຊັ່ນ: ນ້ຳມັນເຊື້ອໄຟ,ອາຍແກັສທຳມະຊາດແລະໄຟຟ້າ.

ຄຽງຄູ່ກັບໄລຍະພັກລະດູຮ້ອນວຽນມາຮອດ,ອາເມຣິກາແລະເຂດເອີລົບອາດຈະເກີດວິກິດການຂາດເຂີນວັດຖຸເຊື້ອໄຟ,ໂດຍສະເພາະຢູ່ເອີລົບ,ເພາະວ່າເອີລົບບໍ່ພຽງແຕ່ອາໄສການນຳເຂົ້ານ້ຳມັນດິບເທົ່ານັ້ນ, ຜະລິດຕະພັນນ້ຳມັນເຊື້ອໄຟກໍອາໄສການນຳເຂົ້າເຊັ່ນກັນ.

   ທ່ານຟາທິ ບີໂຣເຫັນວ່າ: ວິກິດການພະລັງງານໃນປັດຈຸບັນ ຈະຮ້າຍແຮງກວ່າວິກິດການທີ່ເກີດຂຶ້ນເມື່ອຊຸມປີ1970ແລະ1980 ທັງແກ່ຍາວກວ່າແຕ່ກ່ອນ.