ທ່ານສີຈິ້ນຜິງສົ່ງສານອວຍພອນການສ້າງຕັ້ງສູນເດັກນ້ອຍຈີນ

2022-06-01 14:55:54 cri

ເນື່ອງໃນໂອກາດສູນເດັກນ້ອຍຈີນສ້າງຕັ້ງຂຶ້ນຄົບຮອບ40ປີ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ສົ່ງສານສະແດງຄວາມອວຍພອນທີ່ຄຶກຄື້ນໃນໂອກາດວັນເດັກນ້ອຍສາກົນ“1ມິຖຸນາ”ໝູນວຽນມາຮອດອີກ,ເພື່ອຕາງໜ້າສູນກາງພັກສະແດງຄວາມອວຍພອນຕໍ່ເດັກນ້ອຍເຍົາວະຊົນຈຳນວນມະຫາສານ, ອວຍພອນເພື່ອນເດັກທັງຫຼາຍຈົ່ງໄດ້ຮັບຄວາມຄືບໜ້າໃນການຮ່ຳຮຽນ, ດຳລົງຊີວິດຢ່າງເບີກບານມ່ວນຊື່ນ ແລະເຕີບໃຫຍ່ຂຶ້ນຢ່າງສຸຂະພາບແຂງແຮງ.

   ສູນເດັກນ້ອຍຈີນສ້າງຕັ້ງຂຶ້ນໃນປີ1982,ເປັນອົງການຄົ້ນຄວ້າດ້ານການສຶກສາແລະພັດທະນາເດັກນ້ອຍນອກໂຮງຮຽນລະດັບປະເທດແຫ່ງທີໜຶ່ງຂອງຈີນຫຼັງຈາກດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກເປັນຕົ້ນມາ. ໃນ40ປີຜ່ານມານີ້, ວຽກງານທຸກດ້ານຂອງສູນເດັກນ້ອຍຈີນໄດ້ພັດທະນາຢ່າງຟົດຟື້ນ,ນັບລວມແລ້ວ ມີເດັກນ້ອຍເຍົາວະຊົນຫຼາຍຮ້ອຍລ້ານຄົນໄດ້ເຂົ້າຮ່ວມກິດຈະກຳຕ່າງໆຂອງສູນດັ່ງກ່າວ.