ນະຄອນຄຸນມີງຊ່ວຍປົກຄອງຕາແສງບໍ່ຫານຢ່າງເປັນທາງການ ເພື່ອພ້ອມກັນກໍ່ສ້າງຕົວເມືອງດ່ານພາສີສາກົນ

2022-06-01 10:38:14 cri


    ຫວ່າງມໍ່ໆມານີ້, ກອງປະຊຸມວຽກງານກ່ຽວກັບນະຄອນຄຸນມີງແຂວງຢຸນນານ ກັບ ກິ່ງແຂວງສິບສອງພັ່ນນາພ້ອມກັນກໍ່ສ້າງຕົວເມືອງດ່ານພາສີສາກົນບໍ່ຫານໄດ້ຈັດຂຶ້ນຢູ່ກິ່ງແຂວງສິບສອງພັ່ນນາ ໂດຍໄດ້ແຈ້ງໃຫ້ຮູ້ສະພາບວຽກງານກ່ຽວກັບ

ນະຄອນຄຸນມີງຊ່ວຍປົກຄອງຕາແສງບໍ່ຫານ  ເພື່ອພ້ອມກັນກໍ່ສ້າງຕົວເມືອງດ່ານພາສີສາກົນ.

    ນະຄອນຄຸນມີງຊ່ວຍປົກຄອງຕາແສງບໍ່ຫານຂອງເມືອງຫຼ້າກິ່ງແຂວງສິບສອງພັ່ນນາ ຈະເຮັດໃຫ້ນະຄອນຄຸນມີງກາຍເປັນເມືອງເອກພຽງແຫ່ງດຽວຂອງຈີນທີ່ມີ “ຊາຍແດນລະຫວ່າງຊາດ”. ການພ້ອມກັນກໍ່ສ້າງຕົວເມືອງດ່ານພາສີສາກົນຈະສາມາດກຳເອົາໂອກາດໃຫຍ່ທີ່ທາງລົດໄຟຈີນ-ລາວແລ່ນຜ່ານ ກໍ່ສ້າງແລວເສດຖະກິດທີ່ຢູ່ລຽບຕາມທາງລົດໄຟ.