ທ່ານວາງຢີ້ເວົ້າຄວາມຮັບຮູ້ຄືກັນໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກຄັ້ງທີ 2

2022-06-01 10:32:35 cri

ວັນທີ 30 ພຶດສະພາແລ້ວນີ້, ຢູ່ນະຄອນຫຼວງຊູວາຂອງຟີຈີ, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານແຟຣັງ ໄບນີມາລາມາ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຟິຈີ ໄດ້ພ້ອມກັນເປັນປະທານຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກຄັ້ງທີ 2. ໃນເວລາທີ່ທ່ານ ວາງຢີ້ ແລະ ທ່ານ ແຟຣັງ ໄບນີມາລາມາ ພ້ອມກັນພົບປະນັກຂ່າວ ຫຼັງຈາກກອງປະຊຸມ, ທ່ານ ວາງຢີ້ ກ່າວວ່າ, ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຫຼາຍ ໂດຍມີຄວາມຮັບຮູ້ຄືກັນ 5 ຂໍ້ຄື:
   ໜຶ່ງ,
ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ສອງ, ຮັກສາອະທິປະໄຕ ຄວາມເປັນເອກະລາດຂອງລັດ ແລະກຽດສັກສີຂອງຊົນຊາດ. ສາມ, ຮ່ວມກັນສະແຫວງຫາການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ. ສີ່, ລິເລິ່ມລັດທິຫຼາຍຝ່າຍຢ່າງແທ້ຈິງ. ຫ້າ, ຊຸກຍູ້ໃຫ້ປະຊາຊົນເຂົ້າໃຈກັນ.

 ທ່ານວາງຢີ້ກ່າວຕື່ມວ່າ: ຈີນຍິນດີສືບຕໍ່ແລກປ່ຽນກັບຝ່າຍຕ່າງໆຢ່າງໃກ້ຊິດ,ເສີມຂະຫຍາຍບົດບາດຂອງກົນໄກກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກຢ່າງເຕັມທີ່, ຮ່ວມກັນກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກທີ່ແໜ້ນແຟ້ນກວ່າເກົ່າ.