ລັດຖະມົນຕີການຕ່າງປະເທດຣັດເຊຍຈະຢ້ຽມຢາມຕວກກີໃນວັນທີ 8 ມິຖຸນານີ້

2022-06-01 10:41:05 cri

ວັນທີ 31 ພຶດສະພາແລ້ວນີ້, ທ່ານເມວລຸດ ກາວູໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີກ່າວວ່າ, ທ່ານເຊີເກ ລາໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຈະນຳພາຄະນະຜູ້ແທນຢ້ຽມຢາມຕວກກີໃນວັນທີ 8 ມິຖຸນານີ້ ເພື່ອຫາລືເລື່ອງກ່ຽວກັບການເປີດແລວທາງທີ່ໝັ້ນຄົງຢູ່ທະເລດຳ.

ທ່ານ ກາວູໂຊກລູ ກ່າວຕື່ມວ່າ: ຕວກກີຈະບໍ່ເຂົ້າຮ່ວມການລົງໂທດຕໍ່ຣັດເຊຍ ແລະບໍ່ອະນຸຍາດໃຫ້ຜ່ານຕວກກີເພື່ອລົງໂທດຕໍ່ຣັດເຊຍ.