ອົງການສະຫະປະຊາຊາດປ່ຽນຊື່ຕວກກີຈາກ Turkey ເປັນTürkiye

2022-06-02 14:59:29 cri


ວັນທີ1ມິຖຸນານີ້ ສື່ມວນຊົນຕວກກີລາຍງານວ່າ: ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງຕວກກີ,ອົງການສະຫະປະຊາຊາດໄດ້ປ່ຽນຊື່ຕວກກີໃນພາສາຕ່າງປະເທດ ຈາກ Turkey ເປັນTürkiye.

   ໃນພາສາອັງກິດ, ຊື່ຂອງຕວກກີ ຂຽນເປັນ Turkey. ແຕ່ຄຳສັບ Turkey ນີ້ ພັດມີຄວາມໝາຍວ່າ“ໄກ່ງວງ”,ຈົນກະທັ້ງຖືກຕັ້ງຄວາມໝາຍວ່າເປັນ“ຄົນໂງ່”. ສະນັ້ນ ຈິ່ງເປັນສາເຫດທີ່ປະເທດຕວກກີຢາກປ່ຽນຊື່ໃນການສະກົດຄຳພາສາອັງກິດ.