ທ່ານກູເຕີເຣັສຮຽກຮ້ອງໃຫ້ຮັບມືກັບວິກິດການດ້ານທັນຍາຫານທີ່ອາດຈະເກີດຂຶ້ນຍ້ອນການປະທະກັນລະຫວ່າງຣັດເຊຍ-ອູແກຣນນັ້ນຢ່າງວ່ອງໄວ

2022-06-02 14:57:35 cri


ວັນທີ1ມິຖຸນານີ້, ຢູ່ນະຄອນຫຼວງຕອກໂຮມຂອງສວີສ,ທ່ານອັນໂນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຊ້ການເຄື່ອນໄຫວທີ່ວ່ອງໄວແລະເດັດດ່ຽວ ເພື່ອຮັບມືກັບວິກິດການດ້ານທັນຍາຫານທີ່ອາດຈະເກີດຂຶ້ນຍ້ອນການປະທະກັນລະຫວ່າງຣັດເຊຍ-ອູແກຣນ.

   ມື້ດຽວກັນ, ທ່ານກູເຕີເຣັສໄດ້ຢ້ຽມຢາມສວີສແລະພົບປະເຈລະຈາກັບທ່ານນາງມັກດາເລນາ ອັນເດິເຊິນ ນາຍົກລັດຖະມົນຕີສວີສ. ໃນກອງປະຊຸມຖະແຫຼງຂ່າວທີ່ສອງທ່ານຮ່ວມກັນຈັດຂຶ້ນ ທ່ານກູເຕີເຣັສໄດ້ກ່າວວ່າ: ຖ້າວ່າທັນຍາຫານແລະຝຸ່ນເຄມີຂອງອູແກຣນແລະຣັດເຊຍບໍ່ສາມາດສົ່ງເຂົ້າຕະຫຼາດສາກົນຄືນໃໝ່ໄດ້,ບັນຫາຄວາມໝັ້ນຄົງດ້ານທັນຍາຫານກໍ່ຈະແກ້ໄຂຢ່າງມີປະສິດທິຜົນບໍ່ໄດ້. ທ່ານຈະສືບຕໍ່ທຳຄວາມພະຍາຍາມທຸກຢ່າງເພື່ອຊຸກຍູ້ໃຫ້ສິ້ນສຸດການປະທະກັນລະຫວ່າງຣັດເຊຍກັບອູແກຣນໂດຍຜ່ານການສົນທະນາກັນ. ຂະນະດຽວກັນ ທ່ານກູເຕີເຣັສໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຊ້ການເຄື່ອນໄຫວທີ່ວ່ອງໄວແລະເດັດດ່ຽວ ເພື່ອຮັບມືກັບວິກິດການດ້ານທັນຍາຫານທີ່ອາດຈະເກີດຂຶ້ນຍ້ອນການປະທະກັນລະຫວ່າງຣັດເຊຍ-ອູແກຣນ,ໂດຍສະເພາະແມ່ນວິກິດການດ້ານທັນຍາຫານທີ່ກະທົບເຖິງປະເທດພວມພັດທະນາ.