ໂປໂລຍກັບອູແກຣນເຊັນບົດບັນທຶກຄວາມເຂົ້າໃຈ 8 ສະບັບ

2022-06-02 10:53:11 cri

ວັນທີ 1 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທີ່ນະຄອນຫຼວງກິເອບປະເທດອູແກຣນ, ໂປໂລຍ ແລະ ອູແກຣນ ໄດ້ຈັດການເຈລະຈາກັນລະຫວ່າງລັດຖະບານ. ໃນກອງປະຊຸມຖະແຫຼງຂ່າວຫຼັງການເຈລະຈາ, ທ່ານ ມາເທອຸສ ໂມຣາເວກກີ ນາຍົກລັດຖະມົນຕີໂປໂລຍແຈ້ງໃຫ້ຮູ້ວ່າ: ສອງປະເທດໄດ້ເຊັນບົດບັນທຶກຄວາມເຂົ້າໃຈ 8 ສະບັບກ່ຽວກັບການຮ່ວມມືກັນໃນຂົງເຂດຕ່າງໆ, ແລະກ່າວວ່າ, ເອກະສານເຫຼົ່ານີ້ “ອາດຈະແຜ້ວທາງໃຫ້ແກ່ສັນຍາໂປໂລຍ-ອູແກຣນສະບັບໃໝ່”.

ທ່ານ ເດນິສ ຊີເມຮານ ນາຍົກລັດຖະມົນຕີອູແກຣນ ກ່າວວ່າ: ບົດບັນທຶກຄວາມເຂົ້າໃຈທັງໝົດແມ່ນພົວພັນເຖິງການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ພະລັງງານ, ການປ້ອງກັນປະເທດ, ການຂ້າມຊາດ ກັບ ພາສີອາກອນ, ຊີວະພາບ, ນະໂຍບາຍທ້ອງຖິ່ນ, ການສ້າງສາຄືນໃໝ່ຂອງອູແກຣນ ແລະອື່ນໆ. ທ່ານຍັງຊີ້ໃຫ້ເຫັນວ່າ: ສອງປະເທດຈະສ້າງວິສາຫະກິດຮ່ວມທຶນແຫ່ງໜຶ່ງເພື່ອຜະລິດອາວຸດຍຸດໂທປະກອນ.