ອິນເດຍເລີ່ມຈຳກັດການສົ່ງອອກນ້ຳຕານສຳລັບບໍລິໂພກ

2022-06-02 13:21:56 CRI


ວັນທີ 1 ມິຖຸນານີ້, ລັດຖະບານອິນເດຍປະກາດວ່າ, ເພື່ອຮັບປະກັນການສະໜອງ ແລະ ຄວາມໝັ້ນຄົງຂອງລາຄານ້ຳຕານສຳລັບບໍລິໂພກຢູ່ພາຍໃນປະເທດ, ຈຳກັດຍອດປະລິມານການສົ່ງອອກນ້ຳຕານສຳລັບບໍລິໂພກຂອງອິນເດຍນັບແຕ່ວັນທີ 1 ມິຖຸນານີ້ເປັນຕົ້ນໄປ ຄື:ເຮັດໃຫ້ປະລິມານການສົ່ງອອກນັບແຕ່ເດືອນຕຸລາປີ 2021 ຫາ ເດືອນກັນຍາປີ 2022 ບໍ່ໃຫ້ຫຼາຍກວ່າ 10 ລ້ານໂຕນ.


     ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ ກັບອູແກຣນເປັນຕົ້ນມາ, ລາຄາທັນຍາຫານໃນທົ່ວໂລກເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນລາຄາແພງທີ່ສຸດໃນຮອບຫຼາຍປີຜ່ານມານີ້. ພາຍໃຕ້ເບື້ອງຫຼັງທີ່ອາເມຣິກາ ແລະ ປະເທດຕາເວັນຕົກລົງໂທດຕໍ່ຣັດເຊຍ, ການປະທະກັນລະຫວ່າງຣັດເຊຍ ກັບອູແກຣນມີຄວາມສ່ຽງຢຸດຕິໃນເວລາສັ້ນບໍ່ໄດ້, ການສົ່ງອອກທັນຍາຫານຂອງສອງປະເທດກະສິກຳລາຍໃຫຍ່ຖືກສະກັດກັ້ນ ເຮັດໃຫ້ການສະໜອງທັນຍາຫານໃນທົ່ວໂລກຂາດເຂີນ. ເພື່ອຮັບມືກັບສະພາບການສະໜອງທີ່ຂາດເຂີນ ແລະ ລາຄາສູງຂຶ້ນຢູ່ພາຍໃນປະເທດ, ປະເທດກະສິກຳລາຍໃຫຍ່ຈຳນວນໜຶ່ງພາກັນນຳໃຊ້ມາດຕະການຈຳກັດການສົ່ງອອກໃນຫວ່າງມໍ່ໆມານີ້. ຜູ້ຊ່ຽວຊານເຕືອນວ່າ, ລັດທິອາລັກຂາທັນຍາຫານທົ່ວໂລກໃນປັດຈຸບັນ ບໍ່ພຽງແຕ່ຈະບໍ່ສາມາດຊ່ວຍຫຼຸດລາຄາທັນຍາຫານຂອງປະເທດຕົນໃຫ້ຕ່ຳລົງໄດ້ເທົ່ານັ້ນ  ຫາກຍັງຈະຍົກລະດັບໄພເງິນເພີ້ແລະລາຄາສະບຽງອາຫານຂອງທົ່ວໂລກໃຫ້ສູງຂຶ້ນອີກດ້ວຍ.