ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ອາເມຣິກາໃສ່ຮ້າຍປ້າຍສີຕໍ່ການຮ່ວມມືທີ່ເປັນປົກກະຕິລະຫວ່າງຈີນ ກັບ ປະເທດເກາະດອນມະຫາສະໝຸດປາຊິຟິກ

2022-06-02 13:17:50 CRI


    ວັນທີ 31 ພຶດສະພາແລ້ວນີ້, ທ່ານໂຈ ເດນ ປະທານາທິບໍດີອາເມຣິກາໄດ້ພົບປະກັບທ່ານນາງເຈຊິນດາ ອາເດີນ ນາຍົກລັດຖະມົນຕີນູແວນເຊລັງຢູ່ນະຄອນຫຼວງວໍຊິງຕັນ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ໂດຍຮູ້ສຶກເປັນຫ່ວງຕໍ່ການແຂ່ງຂັນດ້ານຍຸດທະສາດຢູ່ພາກພື້ນມະຫາສະໝຸດປາຊິຟິກນັບມື້ນັບດຸເດືອດ ແລະ ເອົາໃຈໃສ່ນຳສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງຈີນ ກັບ ໝູ່ເກາະໂຊໂລມອນ, ກ່າວຢ້ຳເຖິງການສະໜັບສະໜູນຄວາມມີອິດສະຫຼະໃນການເດີນເຮືອ ແລະ ການບິນຢູ່ເຂດທະເລຈີນໃຕ້ ແລະ ເຂດທະເລອື່ນໆ.


     ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ອາເມຣິກາບິດເບືອນຄວາມຈິງ ໃສ່ຮ້າຍປ້າຍສີຕໍ່ການຮ່ວມມືທີ່ເປັນປົກກະຕິລະຫວ່າງຈີນ ກັບ ປະເທດເກາະດອນມະຫາສະໝຸດປາຊິຟິກ, ປ່າວຂ່າວບັນຫາທະເລຈີນໃຕ້ດ້ວຍເຈຕະນາຮ້າຍ. ຈີນໄດ້ອະທິບາຍຫຼັກໝັ້ນການຮ່ວມມືກັບໝູ່ເກາະໂຊໂລມອນຢ່າງເປີດເຜີຍມາຫຼາຍເທື່ອແລ້ວ, ຈີນ ແລະ ໝູ່ເກາະໂຊໂລມອນບໍ່ມີແຜນກໍ່ສ້າງຖານການທະຫານ. ການປ່າວຂ່າວຂອງອາເມຣິກາມີເຈຕະນາຣ້າຍແທ້ໆ, ສ້າງຂ່າວປອມເພື່ອໃສ່ຮ້າຍປ້າຍສີຕໍ່ຈີນ.