ທ່ານສີຈິ້ນຜິງສົ່ງສານຊົມເຊີຍວັນສ້າງຕັ້ງມູນນິທິຊົ້ງຊິ້ງຫຼິງຈີນຄົບຮອບ 40 ປີ

2022-06-02 10:59:13 cri


ເນື່ອງໃນໂອກາດວັນສ້າງຕັ້ງມູນນິທິຊົ້ງຊິ້ງຫຼິງຈີນຄົບຮອບ 40 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍ ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ສະຫາຍທັງຫຼາຍຂອງມູນນິທິຊົ້ງຊິ້ງຫຼິງຈີນ, ທັງໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ບຸກຄົນວົງການຕ່າງໆທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ປະກອບສ່ວນເຂົ້າໃນມູນນິທິດັ່ງກ່າວ.

ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໃນ 40 ປີຜ່ານມາ, ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ, ມູນນິທິຊົ້ງຊິ້ງຫຼິງຈີນໄດ້ສືບທອດ ແລະ ເສີມຂະຫຍາຍຈິດໃຈອັນສູງສົ່ງຂອງທ່ານນາງຊົ້ງຊິ້ງຫຼິງ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການເພີ່ມພູນຄູນສ້າງມິດຕະພາບສາກົນ, ການເປີດກວ້າງການແລກປ່ຽນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ ກໍຄື ຮົງກົງ ມາກາວຂອງຈີນ, ການພັດທະນາວຽກງານຂອງຊາວໜຸ່ມເຍົາວະຊົນ ແລະອື່ນໆ.

ທ່ານສີຈິ້ນຜິງຫວັງວ່າມູນນິທິຊົ້ງຊິ້ງຫຼິງຈີນຈະສືບທອດແນວຄິດຂອງທ່ານນາງ ຊົ້ງຊິ້ງຫຼິງທີ່“ຢູ່ນຳກັນກັບພັກຕະຫຼອດໄປ”,ປະຕິບັດຕາມຈຸດປະສົງທີ່ວ່າ    “ສັນຕິພາບ ເອກະພາບ ອະນາຄົດ”, ກຳແໜ້ນຫົວຂໍ້ຫຼັກຂອງຍຸກສະໄໝ, ເສີມຂະຫຍາຍທ່າແຮງທີ່ມີສີສັນພິເສດ, ລົງເລິກການຮ່ວມມືມິດຕະພາບລະຫວ່າງປະຊາຊົນກັບພາຍນອກ, ອອກແຮງຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ, ຊ່ວຍເຫຼືອຊາວໜຸ່ມເຍົາວະຊົນເຕີບໃຫຍ່ເປັນຜູ້ມີຄວາມຮູ້ຄວາມສາມາດ, ພັດທະນາພາລະກິດການກຸສົນສາທາລະນະປະໂຫຍກ,ປະກອບສ່ວນອັນໃຫຍ່ ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ມະຫາສາມັກຄີຂອງລູກຫຼານຊາວຈີນທັງພາຍໃນແລະຕ່າງປະເທດເພື່ອບັນລຸຄວາມໃຝ່ຝັນທີ່ຟຶ້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.