ອາເມຣິກາຍອມຮັບເປັນຄັ້ງທຳອິດວ່າ: ເຄີຍກໍ່ການໂຈມຕີຜ່ານທາງອິນເຕີເນັດຫຼາຍຄັ້ງເພື່ອສະໜັບສະໜູນອູແກຣນ

2022-06-03 17:25:12 cri


ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ, ຣັດເຊຍໄດ້ຖືກໂຈມຕີຜ່ານທາງອິນເຕີເນັດຈາກຕ່າງປະເທດຫຼາຍຄັ້ງ. ໃນໄລຍະມໍ່ໆນີ້, ທ່ານພາວ ນາກາໂຊເນ ຫົວໜ້າອົງການຮັກສາຄວາມປອດໄພແຫ່ງຊາດອາເມຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວ ໂດຍໄດ້ຍອມຮັບເປັນຄັ້ງທຳອິດວ່າ: ໃນວິກິດການອູແກຣນເທື່ອນີ້, ອາເມຣິກາໄດ້ກໍ່ການໂຈມຕີຜ່ານທາງອິນເຕີເນັດຫຼາຍຄັ້ງເພື່ອສະໜັບສະໜູນອູແກຣນ.

ກ່ອນໜ້ານີ້, ໃນກອງປະຊຸມຮັບຟັງຄຳໃຫ້ການຂອງສະພາສູງອາເມຣິກາທີ່ຈັດຂຶ້ນໃນວັນທີ 5 ເມສາ 2022ນີ້, ທ່ານພາວ ນາກາໂຊເນ ເຄີຍເວົ້າວ່າ: ອາເມຣິກາເຄີຍສົ່ງໜ່ວຍງານ “ລ່າສັດລ່ວງໜ້າ” (hunt forward) ໄປອູແກຣນໃນທ້າຍປີ 2021.

“ການລ່າສັດລ່ວງໜ້າ” ແມ່ນຂອບການເຄື່ອນໄຫວຂອງອາເມຣິກາ ເພື່ອກໍ່ “ສົງຄາມຜ່ານທາງອິນເຕີເນັດ” ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2018. ອາເມຣິກາຈະສົ່ງກຳລັງຜ່ານທາງອິນເຕີເນັດໄປສູ່ຕ່າງປະເທດເພື່ອເກັບກຳແລະຊົມໃຊ້ຂ່າວລັບຮ່ວມກັນ ແລະໂຈມຕີຢ່າງເປັນເຈົ້າການ. ອີງຕາມຂໍ້ມູນທີ່ກອງບັນຊາການອິນເຕີເນັດອາເມຣິກາປະກາດນັ້ນ, ມາຮອດເດືອນພຶດສະພາປີ 2022, ກອງບັນຊາການອິນເຕີເນັດຂອງອາເມຣິກາໄດ້ດຳເນີນການເຄື່ອນໄຫວ “ລ່າສັດລ່ວງໜ້າ” 28 ຄັ້ງຢູ່ 16 ປະເທດໃນທົ່ວໂລກ ເຊິ່ງລວມທັງປະເທດແອສໂຕນີ, ລີຕົວນີ, ອູແກຣນ ແລະອື່ນໆ.