ໂອເປັກ ແລະ “ໂອເປັກ+” ຕົກລົງເລັ່ງຄວາມໄວການສະໜອງວັດຖຸດິບໃຫ້ຫຼາຍຂຶ້ນ

2022-06-03 17:04:35 cri


ວັນທີ 2 ມິຖຸນານີ້ຕາມເວລາທ້ອງຖິ່ນ, ອົງການປະເທດສົ່ງອອກນ້ຳມັນເຊື້ອໄຟ ຫຼື ໂອເປັກ ແລະປະເທດຜະລິດນ້ຳມັນດິບ ທີ່ບໍ່ເປັນສະມາຊິກໂອເປັກ ຫຼື “ໂອເປັກ+” ໄດ້ຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 29 ໂດຍຜ່ານທາງວິດີໂອ. ກອງປະຊຸມຕົກລົງວ່າ, ຈະຍົກປະລິມານການຜະລິດນ້ຳມັນດິບໃນເດືອນກໍລະກົດ ແລະ ເດືອນສິງຫາປີ 2022 ນີ້ໃຫ້ສູງຂຶ້ນອີກ 648.000 ບາເຣວຕໍ່ມື້.

    ກອງປະຊຸມໄດ້ເນັ້ນຢ້ຳຄວາມສຳຄັນໃນການເຄົາລົບ ແລະ ນຳໃຊ້ກົນໄກທົດແທນກັນຢ່າງເຕັມທີ່, ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດທີ່ບໍ່ໄດ້ຮັບຜົນຫຍັງເຫຼົ່ານັ້ນ, ເວລາທົດແທນຈະແກ່ຍາວໄປຮອດທ້າຍເດືອນທັນວາປີ 2022 ນີ້, ແລະຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງສະໜອງແຜນການທົດແທນກ່ອນວັນທີ 17 ມິຖຸນານີ້.