ການລົງທຶນດ້ວຍເງິນຢວນຈີນໄດ້ຮັບຜົນກຳໄລທີ່ໝັ້ນທ່ຽງ

2022-06-03 17:00:58 cri

ທະນາຄານກາງ ແລະ ອົງການຄຸ້ມຄອງເງິນຕາຕ່າງປະເທດຂອງຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 2 ມິຖຸນານີ້ວ່າ: ນັບແຕ່ຕົ້ນປີນີ້ມາ, ເມື່ອຜະເຊີນໜ້າກັບການປ່ຽນແປງທີ່ສະພາບແວດລ້ອມພາຍໃນ ແລະ ຕ່າງປະເທດເໜືອກວ່າຄາດໝາຍ, ເມື່ອສັງເກດເບິ່ງດັດຊະນີຕົ້ນຕໍຂອງຕະຫຼາດເງິນຕາຕ່າງປະເທດແລ້ວ, ຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ໝູນວຽນຢ່າງໝັ້ນທ່ຽງ, ທັງມີລັກສະນະແຂງແຮງຫຼາຍຂຶ້ນ.

ທ່ານ ພ່ານກົ່ງເຊີ້ງ ຮອງຜູ້ວ່າການທະນາຄານປະຊາຊົນຈີນກ່າວວ່າ: ຄຽງຄູ່ກັບສະພາບພະຍາດໂຄວິດ-19 ຜ່ອນຄາຍລົງ, ນະໂຍບາຍຕ່າງໆທີ່ຊຸກຍູ້ການເພີ່ມຂຶ້ນຢ່າງໝັ້ນທ່ຽງໄດ້ຮັບປະສິດທິຜົນຂຶ້ນ, ການຜະລິດ ແລະ ການສະໜອງພາຍໃນປະເທດມີທ່າແຮງຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຄ້າສິນຄ້າທີ່ຈັບຕ້ອງໄດ້ ຈະຮັກສາທ່ວງທ່າທີ່ການສົ່ງອອກຫຼາຍກວ່າການນຳເຂົ້າໃນລະດັບເໝາະສົມ. ຂະນະດຽວກັນ, ຄຽງຄູ່ກັບຕະຫຼາດທະນາຄານຈີນເປີດປະຕູສູ່ພາຍນອກ, ການລົງທຶນດ້ວຍເງິນຢວນຈີນໄດ້ຮັບຜົນກຳໄລທີ່ອ່າວໝັ້ນທ່ຽງ, ຈະສືບຕໍ່ດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ຈີນ.

    ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ອັດຕາແລກປ່ຽນເງິນຢວນຈີນທີ່ຂຶ້ນໆລົງໆ ສ່ວນຫຼາຍໄດ້ຮັກສາຢູ່ໃນລະດັບໝັ້ນທ່ຽງທີ່ສົມເຫດສົມຜົນ ແລະ ດຸນດ່ຽງກັນໂດຍພື້ນຖານ. ນັບແຕ່ວັນທີ 17 ພຶດສະພາແລ້ວນີ້ເປັນຕົ້ນມາ, ອັດຕາແລກປ່ຽນເງິນຢວນຈີນໂດຍສັງລວມແລ້ວແມ່ນໄດ້ເພີ່ມຂຶ້ນຢູ່ໃນລະດັບ 2%.