ປະທານາທິບໍດີອາເມຣິກາຮຽກຮ້ອງໃຫ້ຊຸກຍູ້ການປະຕິຮູບນະໂຍບາຍຖືປືນ

2022-06-03 14:58:03 cri

ວັນທີ 2 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ກ່າວຄຳປາໄສຢ່າງເປີດເຜີຍ ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ, ໂດຍຮຽກຮ້ອງໃຫ້ລັດຖະສະພານຳໃຊ້ການເຄື່ອນໄຫວໂດຍໄວ ເພື່ອຊຸກຍູ້ຮ່າງກົດໝາຍປະຕິຮູບນະໂຍບາຍການຖືປືນ. ໃນເວລາກ່າວຄຳປາໄສ, ທ່ານໄດ້ກ່າວເນັ້ນໜັກເຖິງມາດຕະການປະຕິຮູບຫຼາຍລາຍການເປັນພິເສດ, ຄື: ຫ້າມບໍ່ໃຫ້ສ່ວນບຸກຄົນຊື້ເອົາອາວຸດທີ່ມີລັກສະນະໂຈມຕີ ແລະ ຝັກທີ່ມີລູກປືນຈຳນວນຫຼວງຫຼາຍ, ເພີ່ມອາຍຸທີ່ອະນຸມັດການຊື້ເອົາອາວຸດເຄິ່ງອັດຕະໂນມັດນັ້ນຈາກ 18 ປີເປັນ 21 ປີ ແລະຍົກເລີກກົດໝາຍທີ່ປົກປ້ອງວິສາຫະກິດຜະລິດອາວຸດປືນບໍ່ໃຫ້ຖືກກ່າວຟ້ອງພາຍຫຼັງເກີດເຫດການກວາດຍິງຂະໜາດໃຫຍ່.

ວັນທີ 2 ມິຖຸນານີ້, ທ່ານນາງ ນານຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາປະກາດວ່າ, ສະພາຕ່ຳຈະດຳເນີນການລົງຄະແນນສຽງກ່ຽວກັບແຜນການຄຸ້ມຄອງອາວຸດປືນທີ່ຮອບດ້ານສະບັບໜຶ່ງໃນອາທິດໜ້າ ເຊິ່ງມີມາດຕາກ່ຽວກັບການສຳຫຼວດເບື້ອງຫຼັງຂອງຜູ້ຊື້ປືນທີ່ບໍ່ໄດ້ຮັບການອະນຸມັດຈາກລັດຖະບານ, ຜະລິດໂດຍເອກະຊົນ, ບໍ່ມີລະຫັດຂຶ້ນທະບຽນ ແລະ ບໍ່ສາມາດສືບສວນໄດ້, ຍົກສູງຄວາມຮຽກຮ້ອງຕ້ອງການຕໍ່ການສະສົມອາວຸດປືນ ແລະ ຫ້າມບໍ່ໃຫ້ການຊ່ວຍຜູ້ອື່ນຊື້ປືນ.