ເຄິ່ງປີຜ່ານມາ, ທາງລົດໄຟຈີນ-ລາວນຳເຂົ້າ ແລະ ສົ່ງອອກສິນຄ້າໄດ້ຫຼາຍກວ່າ 6 ແສນໂຕນ

2022-06-03 11:30:54 cri

ມື້ນີ້ (ວັນທີ 3 ມິຖຸນາ) ເປັນມື້ທີ່ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ. ມາຮອດວັນທີ 2 ມິຖຸນານີ້, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟດັ່ງກ່າວ ໄດ້ປາກົດມີສະພາບທີ່ເພີ່ມຂຶ້ນໃນດ້ານປະລິມານ ແລະ ຄຸນນະພາບພ້ອມກັນ, ລວມທັງໝົດແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 3, 27 ລ້ານເທື່ອຄົນ, ໃນນັ້ນ, ຕອນພາຍໃນປະເທດຈີນ ມີ 2,86 ລ້ານເທື່ອຄົນ, ຕອນພາຍໃນປະເທດລາວ 4 ແສນ 1 ໝື່ນເທື່ອຄົນ; ໄດ້ຂົນສົ່ງສິນຄ້າ 4 ລ້ານ 3 ໝື່ນໂຕນ, ໃນນັ້ນ ສິນຄ້າຂ້າມຊາດ 6 ແສນ 4 ໝື່ນ 7 ພັນໂຕນ.

ອີງຕາມອົງການພາສີນະຄອນຄຸນມິງແຂວງຢູນນານແຈ້ງໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາເຄິ່ງປີເປັນຕົ້ນມາ, ລວມທັງໝົດແລ້ວ, ອົງການພາສີຄຸນມິງໄດ້ກວດກາ ແລະ ອະນຸມັດໃຫ້ຜ່ານລົດໄຟບັນທຸກສິນຄ້າສາກົນ 1.288 ຖ້ຽວ ເຊິ່ງໄດ້ນຳເຂົ້າ ແລະ ສົ່ງອອກສິນຄ້າ 2 ພັນກວ່າຊະນິດ ເຊັ່ນ: ຜະລິດຕະພັນກະສິກຳ, ອາຫານ, ເຄື່ອງໃຊ້ປະຈຳວັນ, ຜະລິດຕະພັນບໍ່ແຮ່ ແລະອື່ນໆ ຈຳນວນ 6 ແສນ 4 ພັນໂຕນ ມູນຄ່າ 6,47 ຕື້ຢວນ.

ອີງຕາມຕົວເລກສະຖິຕິຂອງອົງການພາສີນະຄອນຄຸນມິງໃຫ້ຮູ້ວ່າ: ໄດ້ມີສິນຄ້າຈາກ 33 ເມືອງຂອງ 19 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ເຊັ່ນ: ແຂວງກວາງຕຸ້ງ, ເຂດປົກຄອງຕົນເອງມົງໂກໃນ, ແຂວງລຽວນິງ, ກຳແພງນະຄອນຈຸ່ງກິ່ງ ແລະ ຊຽງໄຮ້ເປັນຕົ້ນ ຖືກສົ່ງໄປຫຼາຍປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ກຳປູເຈຍ ແລະ ສິງກະໂປເປັນຕົ້ນ. ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເຂດຢູ່ລຽບຕາມທາງລົດໄຟ, ແລະໄດ້ເພີ່ມພະລັງທີ່ແຂງແຮງເຂົ້າໃນການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນ, ຮັບປະກັນຄວາມໝັ້ນທ່ຽງ ແລະ ຍົກສູງຄຸນນະພາບດ້ານການຄ້າລະຫວ່າງຈີນ-ອາຊຽນ ແລະ ການສ້າງແລວເສດຖະກິດຈີນ-ລາວ.

(ຮູບຖ່າຍໂດຍ: ທ່ານ ຢາງຢົງຊວນ)