ແລວເສດຖະກິດຈີນ-ປາກີສະຖານຈະເສີມຂະຫຍາຍບົດບາດສຳຄັນໃຫ້ກັບປາກີສະຖານເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2022-06-04 16:21:32 cri


   ຫວ່າງມໍ່ໆມານີ້ ຊ່ຽວຊານແລະເຈົ້າໜ້າທີ່ປາກີສະຖານໄດ້ກ່າວວ່າ: ແລວເສດຖະກິດຈີນ-ປາກີສະຖານຈະເສີມຂະຫຍາຍບົດບາດສຳຄັນໃຫ້ກັບຄວາມພະຍາຍາມຂອງປາກີສະຖານເພື່ອຜ່ອນຄາຍຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ,ທັງຈະສ້າງແບບຢ່າງໃຫ້ວິສາຫະກິດທ້ອງຖິ່ນໃນການຈັດຕັ້ງປະຕິບັດແນວຄວາມຄຶດການພັດທະນາແບບສີຂຽວລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”.

ທ່ານ ກູເຣຊີ ຊ່ຽວຊານດ້ານພະລັງງານຂອງປາກີສະຖານໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດເປັນໜຶ່ງໃນບັນຫາຕ່າງໆທີ່ຮີບດ່ວນທີ່ສຸດທີ່ປາກີສະຖານຕ້ອງຜະເຊີນໜ້າ, ໂດຍຜ່ານການລົງທຶນຂົງເຂົ້າໃນເຂດພະລັງງານແບບໝູນວຽນ ແລວເສດຖະກິດຈີນ-ປາກີສະຖານຈະຊ່ວຍເຫຼືອປະເທດຕົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາມາດຊຸກຍູ້ເສດຖະກິດປາກີສະຖານໃຫ້ເຕີບໂຕ,ຂະນະດຽວກັນຍັງສາມາດບັນລຸການພັດທະນາອຸດສາຫະກຳແບບຍືນຍົງໄດ້.

   ຕາມຂ່າວແຈ້ງວ່າ: ຍ້ອນຂາດເຂີນໄຟຟ້າ,ຢູ່ປາກີສະຖານເຄີຍຈຳເປັນຕ້ອງຢຸດໃຊ້ໄຟຟ້າເຖິງ10ຊົ່ວໂມງຕໍ່ມື້, ສ່ວນແລວເສດຖະກິດຈີນ-ປາກີສະຖານໄດ້ແກ້ໄຂບັນຫານີ້ ໂດຍຜ່ານການສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ.