ລາຄາຜະລິດຕະພັນພລາສຕິກໃນທົ່ວໂລກຈະຖີບຕົວສູງຂຶ້ນເກືອບ 2 ເທົ່າພາຍໃນ 40 ປີຂ້າງໜ້າ

2022-06-04 15:02:03 cri

ອົງການຮ່ວມມື ແລະ ພັດທະນາເສດຖະກິດ ໄດ້ເປີດເຜີຍບົດລາຍງານໃນວັນທີ 3 ມິຖຸນານີ້ ໂດຍລະບຸວ່າ: ເມື່ອຮອດປີ 2060, ຜົນຜະລິດພລາສຕິກໃນທົ່ວໂລກ ຈະບັນລຸເຖິງ 1,2 ຕື້ໂຕນ, ເກືອບເປັນ 3 ເທົ່າຂອງປັດຈຸບັນ; ຖ້າຫາກວ່າບໍ່ຍົກສູງປະສິດທິພາບການນຳໃຊ້ແບບໝູນວຽນອີກ, ຮອດເວລານັ້ນ, ຈຳນວນຂີ້ເຫຍື້ອພລາສຕິກ ກໍຈະເພີ່ມຂຶ້ນເກືອບ 2 ເທົ່າ.

ຂໍ້ມູນຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດສະແດງໃຫ້ເຫັນວ່າ, ປີ 2019 ທົ່ວໂລກໄດ້ນຳໃຊ້ຜະລິດຕະພັນພລາສຕິກປະມານ 460 ລ້ານໂຕນ, ເຊິ່ງໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ 20 ປີກ່ອນ. ສ່ວນຂີ້ເຫຍື້ອພລາຕິກ ກໍໄດ້ເພີ່ມຂຶ້ນໜຶ່ງເທົ່າ, ໂດຍມີຫຼາຍກວ່າ 350 ລ້ານໂຕນ, ໃນນັ້ນ ມີແຕ່ຈຳນວນບໍ່ຮອດ 10% ເທົ່ານັ້ນ ໄດ້ຮັບການເກັບຄືນນຳໃຊ້.

ວັນທີ 2 ມີນາຜ່ານມາ, ກອງປະຊຸມຕໍ່ຂອງກອງປະຊຸມສິ່ງແວດລ້ອມອົງການສະຫະປະຊາຊາດຄັ້ງທີ 5 ໄດ້ຮັບຮອງເອົາ “ຮ່າງມະຕິກ່ຽວກັບການຍຸດຕິການມົນລະພິດພລາສຕິກ” ຢູ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ. ມະຕິສະບັບນີ້ ມີຜົນບັງຄັບໃຊ້ໃນດ້ານກົດໝາຍ, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ໃຫ້ທົ່ວໂລກແກ້ໄຂມົນລະພິດພລາສຕິກ.