ສະຫະພາບເອີຣົບເປີດເຜີຍມາດຕະການລົງໂທດຣັດເຊຍຮອບທີ 6

2022-06-04 14:49:25 cri


ວັນທີ 3 ມິຖຸນານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເປີດເຜີຍມາດຕະການລົງໂທດຣັດເຊຍຮອບທີ 6, ໃນນັ້ນລວມທັງການຫ້າມຂົນສົ່ງນ້ຳມັນເຊື້ອໄຟຈຳນວນໜຶ່ງ, ການລົງໂທດກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຣັດເຊຍ, ທະນາຄານຣັດເຊຍ ແລະອື່ນໆ.

ຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການໃນມື້ດຽວກັນວ່າ: ມາດຕະການລົງໂທດດັ່ງກ່າວມີຜົນບັງຄັບໃຊ້ໃນທັນທີ ແລະຈະຫຼຸດລົງການນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍເປັນກ້າວໆ. ສະຫະພາບເອີຣົບຈະຢຸດຕິການຈັດຊື້ນ້ຳມັນດິບທີ່ຂົນສົ່ງທາງທະເລຈາກຣັດເຊຍພາຍໃນ 6 ເດືອນ ແລະຈະຢຸດຕິການຈັດຊື້ຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍພາຍໃນ 8 ເດືອນ. ເມື່ອຮອດທ້າຍປີ 2022, ນ້ຳມັນເຊື້ອໄຟທີ່ສະຫະພາບເອີຣົບນຳເຂົ້າຈາກຣັດເຊຍຈະຫຼຸດລົງ 90%. ຖະແຫຼງການສະບັບນີ້ຍັງລະບຸວ່າ: ຫ້າມບໍ່ໃຫ້ບໍລິສັດຂອງສະຫະພາບເອີຣົບອຳນວຍການປະກັນໄພແລະການຕໍ່ການປະກັນໄພໃຫ້ກັບກຳປັ່ນການຄ້າທີ່ຂົນສົ່ງນ້ຳມັນເຊື້ອໄຟຂອງຣັດເຊຍ. ມື້ດຽວກັນ, ສະຫະພາບເອີຣົບຍັງໄດ້ປັດປ່າຍທະນາຄານຣັດເຊຍ 3 ແຫ່ງ ແລະທະນາຄານເບລາຣູຊີ 1 ແຫ່ງໃຫ້ອອກຈາກລະບົບສະມາຄົມໂທລະຄົມມະນາຄົມລະຫວ່າງທະນາຄານທົ່ວໂລກຫຼື SWIFT.