ນັກບິນອະວະກາດຈີນຈະປະຕິບັດໜ້າທີ່ການບິນອະວະກາດບັນທຸກຄົນຂອງຍານອະວະກາດ “ເຊີນໂຈ່ວ 14”

2022-06-04 14:56:50 cri

ວັນທີ 4 ມິຖຸນານີ້, ກອງປະຊຸມຖະແຫຼງຂ່າວໜ້າທີ່ການບິນອະວະກາດບັນທຸກຄົນຂອງຍານອະວະການ “ເຊີນໂຈ່ວ 14” ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມຈິວຊວນ, ໂດຍໄດ້ປະກາດວ່າ: ຈະຍິງສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ໃນເວລາ 10 ໂມງ 44 ນາທີຂອງວັນທີ 5 ມິຖຸນານີ້, ເຊິ່ງມີຈຸບິນອະວະກາດ 3 ທ່ານຄື: ທ່ານ ເຊີນຕົ່ງ, ທ່ານນາງ ລິວຢາງ ແລະ ທ່ານ ໄຊ້ຊວີ້ເຈີ, ໃນນັ້ນ ທ່ານ ເຊີນຕົ່ງ ເປັນຫົວໜ້າ.

ກອງປະຊຸມຖະແຫຼງຂ່າວ ຍັງແນະນຳໃຫ້ຮູ້ວ່າ: ໜ້າທີ່ການບິນບັນທຸກຄົນຂອງຍານອະວະກາດ “ເຊີນໂຈ່ວ 14” ແມ່ນໜ້າທີ່ການບິນຄັ້ງທີ 2 ໃນໄລຍະການສ້າງສະຖານີອະວະກາດ, ຍັງແມ່ນໜ້າທີ່ການບິນບັນທຸກຄົນຄັ້ງທຳອິດໃນໄລຍະນີ້, ຈຸບິນອະວະກາດຈະເຮັດວຽກ ແລະ ດຳລົງຊີວິດຢູ່ຕາມວົງໂຄຈອນເປັນເວລາ 6 ເດືອນ, ໂດຍມີໜ້າທີ່ຕົ້ນຕໍຄື: ປະສານສົມທົບການເຊື່ອມຈອດກັນ ແລະ ການປ່ຽນທີ່ຕັ້ງຂອງຍານທົດລອງວິທະຍາສາດ “ເວີ້ນທ່ຽນ” ແລະ ຍານແກນກາງ “ເມີ້ງທ່ຽນ”; ສຳເລັດການປະກອບສະຖານີອະວະກາດຈີນຕາມວົງໂຄຈອນ; ສຳເລັດການຕິດຕັ້ງ ການທົດລອງ ແລະການປະຕິບັດງານຂອງອຸປະກອນຢູ່ພາຍໃນ ແລະ ນອກຍານອະວະກາດ ພ້ອມດ້ວຍອຸປະກອນທີ່ກ່ຽວຂ້ອງເພື່ອດຳເນີນໜ້າທີ່ນຳໃຊ້ອະວະກາດຂອງຈີນ, ແລະດຳເນີນການທົດລອງວິທະຍາສາດ ແລະ ເຕັກໂນໂລຊີຢູ່ອະວະກາດ; ດຳເນີນວຽກງານປົກປັກຮັກສາ ແລະ ສ້ອມແປງທີ່ເປັນປົກກະຕິ.