ສື່ມວນຊົນອາເມຣິກາເປີດເຜີຍໃຫ້ຮູ້ວ່າ:ບໍລິສັດຂົນສົ່ງທາງເຮືອແລະວິສາຫະກິດກັ່ນນ້ຳມັນຂອງອາເມຣິກາໄດ້ຂົນສົ່ງນ້ຳມັນເຊື້ອໄຟທີ່ຊື້ຈາກຣັດເຊຍນັ້ນສົ່ງໄປຮອດຕະຫຼາດອາເມຣິກາຢ່າງລັບໆແລ້ວ

2022-06-04 16:26:40 cri

ວັນທີ2ມິຖຸນານີ້ຕາມເວລາທ້ອງຖິ່ນ,ອົງການຂໍ້ມູນພະລັງງານອາເມຣິກາປະກາດຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນ1-3ປີ2022ຜ່ານມານີ້,ອາເມຣິກາໄດ້ຊື້ນ້ຳມັນດິບແລະຜະລິດຕະພັນນ້ຳມັນເຊື້ອໄຟຈາກຣັດເຊຍເພີ່ມຂຶ້ນຢ່າງຫຼວງຫຼາຍ. ໜັງສືພິມ“ຕີ ໂວ ສະທຣີດ”ໄດ້ເປີດເຜີຍໃນມໍ່ໆມານີ້ວ່າ: ໃນໄລຍະສະຫະພາບເອີລົບມີແຜນຈະຫ້າມຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ, ບໍລິສັດຂົນສົ່ງທາງເຮືອແລະວິສາຫະກິດກັ່ນນ້ຳມັນຂອງອາເມຣິກາໄດ້ເລີ່ມຊື້ນ້ຳມັນດິບແລະຜະລິດຕະພັນນ້ຳມັນເຊື້ອໄຟຈາກຣັດເຊຍ ແລະຂົນສົ່ງໄປໃຫ້ຕະຫຼາດນ້ຳມັນເຊື້ອໄຟຢູ່ແຫ່ງຕ່າງໆຂອງອາເມຣິກາດ້ວຍວິທີຂຽນບ່ອນຜະລິດແບບບໍ່ຈະແຈ້ງແລ້ວ.

   ໜັງສືພິມສະບັບດັ່ງກ່າວລາຍງານຕື່ມວ່າ: ນ້ຳມັນດິບແລະຜະລິດຕະພັນນ້ຳມັນເຊື້ອໄຟທີ່ຊື້ຈາກຣັດເຊຍງວດໜຶ່ງໄດ້ສົ່ງໄປຮອດລັດນິວຢອກແລະລັດນິວເຈີຊີໃນເດືອນພຶດສະພາແລ້ວນີ້.