ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ສິ້ນສຸດການປະທະກັນຣັດເຊຍ-ອູແກຣນໂດຍໄວ ໂດຍຜ່ານວິທີທາງການທູດ

2022-06-04 14:54:45 cri


ວັນທີ 3 ມິຖຸນານີ້, ທ່ານອັນໂຕນີໂອ ກູເຕເລັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ອອກຖະແຫຼງການກ່ຽວກັບການເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນຄົບຮອບ 100 ວັນ. ທ່ານກ່າວວ່າ: ການປະທະກັນຄັ້ງນີ້ໄດ້ເຮັດໃຫ້ຫຼາຍພັນຄົນເສຍຊີວິດ, ໄດ້ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງ, ເຮັດໃຫ້ຫຼາຍລ້ານຄົນບໍ່ມີບ່ອນຢູ່ອາໄສ ແລະພວມພາໃຫ້ເກີດວິກິດການທັນຍາຫານ, ພະລັງງານແລະການເງິນໃນທົ່ວໂລກ ທັງໄດ້ໂຈມຕີປະຊາຊົນ, ປະເທດແລະເສດຖະກິດທີ່ອ່ອນແອທີ່ສຸດໃນໂລກ.

ທ່ານກູເຕີເລັສ ຮຽກຮ້ອງອີກຄັ້ງໜຶ່ງວ່າ: ຈົ່ງຢຸດຕິຄວາມຮຸນແຮງໃນທັນທີ, ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳທີ່ບໍ່ມີຄວາມຈຳກັດແກ່ກຸ່ມຄົນທີ່ມີຄວາມຕ້ອງການ. ທ່ານກ່າວວ່າ: ອົງການ ສປຊ ຈະທຳຄວາມພະຍາຍາມດ້ານມະນຸດສະທຳ, ແຕ່ດັ່ງທີ່ທ່ານເອງໄດ້ກ່າວເນັ້ນໜັກໃນເບື້ອງຕົ້ນຂອງການປະທະກັນນັ້ນ, ການແກ້ໄຂການປະທະກັນຄັ້ງນີ້ຕ້ອງເຈລະຈາກັນແລະສົນທະນາກັນ. ທ່ານກູເຕີເລັສ ກ່າວຕື່ມວ່າ: ເພື່ອຜົນປະໂຫຍດຂອງອູແກຣນ, ຣັດເຊຍແລະໂລກ, ຝ່າຍຕ່າງໆທຳຄວາມພະຍາຍາມທາງການທູດທີ່ຈິງໃຈເພື່ອສິ້ນສຸດສົງຄາມຄັ້ງນີ້ຍິ່ງໄວຍິ່ງດີ, ອົງການ ສປຊ ໄດ້ກຽມພ້ອມແລ້ວໃນທຸກເວລາເພື່ອສະໜັບສະໜູນຄວາມພະຍາຍາມເຫຼົ່ານີ້.