ທ່ານປູຕີນກ່າວວ່າ:ວິກິດການທັນຍາຫານແຮງຂຶ້ນ ກົກຮາກແມ່ນຍ້ອນປະເທດຕາເວັນຕົກ

2022-06-05 17:49:59 cri


ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍໃນວັນທີ3ມິຖຸນານີ້,ທ່ານວາຣາດີເມຍ ປູຕີນ ປະທະນາທິບໍດີຣັດເຊຍໄດ້ກ່າວຕອບໂຕ້ຄຳຕຳນິຕິຕຽນຈາກປະເທດຕາເວັນຕົກກ່ຽວກັບຣັດເຊຍເຮັດໃຫ້ວິກິດການທັນຍາຫານທົ່ວໂລກຮຸນແຮງຂຶ້ນ.ທ່ານກ່າວເນັ້ນໜັກວ່າຣັດເຊຍບໍ່ໄດ້ລົບກວນ ອູແກຣນໃນການສົ່ງອອກທັນຍາຫານ,ແມ່ນປະເທດຕາເວັນຕົກເຈດຕະນາຢາກຖິ້ມໂທດໃຫ້ຣັດເຊຍ.

ທ່ານປູຕີນຊີ້ໃຫ້ເຫັນວ່າ:ວິກິດການທັນຍາຫານຮຸນແຮງຂຶ້ນ,ກົກຮາກແມ່ນຍ້ອນນະໂຍບາຍທາງການເງິນຂອງອາເມຣິກາໃນໄລຍະພະຍາດໂຄວິດ-19ລະບາດ ແລະປະເທດເອີລົບອາໄສພະລັງງານທີ່ໝູນວຽນນັ້ນຫຼາຍເກີນໄປແລະເຊັນຂໍ້ຜູກພັນໄລຍະສັ້ນກ່ຽວກັບການສະໜອງອາຍແກັສທຳມະຊາດ. ທ່ານອະທິບາຍວ່າ: ການລົງທຶນບໍ່ພໍໃນດ້ານພະລັງງານແບບດັ້ງເດີມເຮັດໃຫ້ລາຄາອາຍແກັສທຳມະຊາດຖີບຕົວສູງຂຶ້ນຫຼາຍ,ລາຄາສູງຈະເຮັດໃຫ້ບໍລິສັດຜະລິດຝຸ່ນເຄມີຫຼາຍແຫ່ງຢຸດການຜະລິດຍ້ອນບໍ່ມີຜົນກຳໄລ,ແລ້ວຈະກະທົບເຖິງການສະໜອງຝຸ່ນເຄມີ,ຊຸກຍູ້ໃຫ້ລາຄາອາຫານຖີບຕົວສູງຂຶ້ນ.

   ໃນການໃຫ້ສຳພາດເທື່ອນີ້ ທ່ານປູຕີນໄດ້ປະກາດວ່າ:ຣັດເຊຍຈະເພີ່ມການສົ່ງອອກເຂົ້າບາເຣ, ໃນປີກະສິກຳແຕ່ປີ2022-ປີ2023,ຣັດເຊຍຈະເພີ່ມປະລິມານສົ່ງອອກເຂົ້າບາເຣໃຫ້ຂຶ້ນເຖິງ 50 ລ້ານໂຕນ.