ສ.ເກົາຫຼີ ແລະຍີ່ປຸ່ນກ່າວວ່າ: ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີທີ່ບໍ່ຮູ້ຊື່ໄປສູ່ເຂດທະເລຕາເວັນຕົກຂອງແຫຼມເກົາຫຼີ

2022-06-05 15:24:22 cri

ວັນທີ 5 ມິຖຸນານີ້, ຝ່າຍທະຫານ ສ.ເກົາຫຼີ ກ່າວວ່າ: ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີທີ່ບໍ່ຮູ້ຊື່ໄປສູ່ເຂດທະເລຕາເວັນຕົກຂອງແຫຼມເກົາຫຼີ.

ຕາມການລາຍງານຂ່າວຂອງ NHK ຍີ່ປຸ່ນ, ອົງການປ້ອງກັນຄວາມປອດໄພທາງທະເລຍີ່ປຸ່ນໄດ້ແຈ້ງໃຫ້ຊາບໃນວັນທີ 5 ມິຖຸນານີ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄປສູ່ທະເລຍີ່ປຸ່ນ. ກະຊວງປ້ອງກັນປະເທດຍີ່ປຸ່ນກ່າວວ່າ: ລູກສອນໄຟນຳວິຖີໄດ້ຕົກລົງສູ່ທະເລ, ນີ້ແມ່ນຄັ້ງທີ 17 ທີ່ ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີໃນປີນີ້.

ປັດຈຸບັນ, ສປປ ເກົາຫຼີຍັງບໍ່ມີຄຳຕອບຕໍ່ກັບເລື່ອງນີ້ເທື່ອ.