ຜົນການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ປະຊາຊົນເຢຍລະມັນເກືອບເຄິ່ງໜຶ່ງຫຼຸດ ລາຍຈ່າຍລົງ ເພື່ອຮັບມືກັບໄພເງິນເຟີ້

2022-06-05 15:03:47 cri

ການປະທະກັນລຫວ່າງຣັດເຊຍກັບອູແກຣນ ໄດ້ເຮັດໃຫ້ລາຄາຂອງພະລັງງານ ແລະ ສິນຄ້າລາຍໃຫຍ່ຖີບຕົວສູງຂຶ້ນ, ຫຼາຍປະເທດເອີລົບ ເກີດໄພເງິນເຟີ້ໃນລະດັບສູງ, ເຊິ່ງໄດ້ກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ. ອີງຕາມຜົນການຢັ່ງຫາງສຽງສະບັບຫຼ້າສຸດຂອງເຢຍລະມັນ, ປະຊາຊົນເຢຍລະມັນເກືອບເຄິ່ງໜຶ່ງ ໄດ້ຫຼຸດລາຍຈ່າຍໃຫ້ໜ້ອຍລົງ ເພື່ອຮັບມືກັບໄພເງິນເຟີ້.

ຜົນການຢັ່ງຫາງສຽງດັ່ງກ່າວສະແດງໃຫ້ເຫັນວ່າ: ປະຊາຊົນເຢຍລະມັນ 47% ພວມຫຼຸດລາຍຈ່າຍໃຫ້ໜ້ອຍລົງຢ່າງ “ຂ້ອນຂ້າງຫຼາຍ” ຫຼື “ຫຼວງຫຼາຍ”. ສ່ວນໃນກຸ່ມຄົນຜູ້ມີລາຍໄດ້ຕ່ຳ, ຕົວເລກດັ່ງກ່າວໄດ້ສູງເຖິງ 77%, ເຊິ່ງສະແດງໃຫ້ເຫັນວ່າ: ໄພເງິນເຟີ້ໃນປັດຈຸບັນ ໄດ້ສ້າງຜົນກະທົບຕໍ່ກຸ່ມຄົນທີ່ມີລາຍໄດ້ຕ່ຳຢ່າງກວ້າງຂວາງກວ່າ.

ອີງຕາມຂໍ້ມູນຂອງອົງການສະຖິຕິສະຫະພາບເອີລົບໃຫ້ຮູ້ວ່າ: ຍ້ອນຜົນກະທົບຈາກລາຄາພະລັງງານ ແລະ ອາຫານທີ່ຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ອັດຕາໄພເງິນເຟີ້ຂອງເຢຍລະມັນໃນເດືອນພຶດສະພາຜ່ານມາແມ່ນ 8,7%. ປັດຈຸບັນ, ລັດຖະບານເຢຍລະມັນໄດ້ປະກາດໃຊ້ນະໂຍບາຍຕ່າງໆ ເຊັ່ນ: ໃຫ້ເງິນເກື້ອກູນແກ່ຄົມມະນາຄົມສາທາລະນະເປັນຕົ້ນ ເພື່ອຜ່ອນຄາຍສະພາບໄພເງິນເຟີ້.