ຄະນະກຳມະການໂອລິມປິກສາກົນຍ້ອງຍໍງານກິລາໂອລິມປິກລະດູໜາວປັກກິ່ງເນື່ອງໃນໂອກາດວັນສິ່ງແວດລ້ອມໂລກໝູນວຽນມາເຖິງ

2022-06-05 17:42:47 cri


   ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກໝູນວຽນມາເຖິງໃນວັນທີ5ມິຖຸນານີ້, ຄະນະກຳມະການໂອລິມປິກສາກົນໄດ້ຍ້ອງຍໍງານກິລາໂອລິມປິກລະດູໜາວປັກກິ່ງທີ່ໄດ້ທຳຄວາມພະຍາຍາມແລະດຳເນີນການທົດລອງໃນດ້ານການອະນຸລັກສິ່ງແວດລ້ອມແບບກາກບອນຕ່ຳແລະການພັດທະນາແບບຍືນຍົງ.

   ຄະນະກຳມະການໂອລິມປິກສາກົນເຫັນວ່າ: ໃນຖານະເປັນ“ສະໜາມກິລາໂອລິມປິກທີ່ໃຊ້ໃນໂອລິມປິກລະດູຮ້ອນແລະລະດູໜາວ”,ຝອດອາກາດທີ່ໃຊ້ຢູ່ທາງນອກຂອງສູນລອຍນ້ຳແຫ່ງຊາດທີ່ປັກກິ່ງສາມາດນຳໃຊ້ພະລັງແສງຕາເວັນໄດ້ຢ່າງເຕັມສ່ວນ,ເຮັດໃຫ້ແສງຕາເວັນສາດສ່ອງເຂົ້າສະໜາມກິລາຢ່າງພຽງພໍ,ແລ້ວຈິ່ງສາມາດຫຼຸດການໃຊ້ພະລັງງານໃຫ້ໜ້ອຍລົງໄດ້. ເຕັກນິກທີ່ປະດິດສ້າງໃໝ່ຂອງສະໜາມກິລາແຫ່ງນີ້ຍັງມີລະບົບເກັບພະລັງງານຄືນແລະການນຳໃຊ້ນ້ຳແບບໝູນວຽນ.ນັກອອກແບບກ່າວວ່າ: ນີ້ແມ່ນໜຶ່ງໃນບັນດາສະຖາປັດຕະຍາກຳທີ່ສາມາດຕ້ານທານຄວາມສັ່ນສະເທືອນຢ່າງແຮງທີ່ສຸດໃນໂລກ.

   ຄະນະກຳມະການໂອລິມປິກສາກົນກ່າວຕື່ມວ່າ:ໃນງານກິລາໂອລິມປິກລະດູໜາວປັກກິ່ງ, ລະບົບການສ້າງນ້ຳກ້ອນດ້ວຍກາກບອນດີອອກຊິດໄດ້ຖືກນຳໃຊ້ຢູ່ຈີນແລະງານກິລາໂອລິມປິກລະດູໜາວເປັນເທື່ອທຳອິດ,ສະໜາມກິລານ້ຳກ້ອນ4ແຫ່ງໄດ້ນຳໃຊ້ເຕັກນິກດັ່ງກ່າວ ເຊິ່ງໄດ້ຫຼຸດການລະບາຍກາກບອນແລະການໃຊ້ພະລັງງານໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.ເມື່ອທຽບກັບລະບົບການສ້າງນ້ຳກ້ອນແບບດັ້ງເດີມແລ້ວ,ການນຳໃຊ້ເຕັກນິກໃໝ່ນີ້ຈະສາມາດຫຼຸດໜ້ອຍປະລິມານລະບາຍກາກບອນໃນຈຳນວນເທົ່າກັບລົດ3900ຄັນໃນແຕ່ລະປີໄດ້.