ທ່ານສີຈິ້ນຜິງກັບປະທານາທິບໍດີເກຼັກສົ່ງສານຊົມເຊີຍການສ້າງສາຍພົວພັນທາງການທູດຄົບຮອບ 50 ປີລະຫວ່າງສອງປະເທດເຊິ່ງກັນແລະກັນ

2022-06-05 15:18:42 cri


ວັນທີ 5 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານນາງ ກາເຕຣິນາ ຊັກລາໂຣພູໂລ ປະທານາທິບໍດີເກຼັກ ໄດ້ສົ່ງສານເຊິ່ງກັນແລະກັນ ເພື່ອຊົມເຊີຍສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.

ທ່ານສີຈິ້ນຜິງກ່າວວ່າ: ໃນເຄິງສະຕະວັດມານີ້, ຈີນແລະເກຼັກ ໄດ້ຍຶດໝັ້ນສາຍຕາຕໍ່ການພັດທະນາຂອງປະຫວັດສາດຢ່າງສະເໝີຕົ້ນສະໝີປາຍ ແລະໄປຕາມກະແສຫຼັກຂອງຍຸກສະໄໝ, ໄດ້ຍຶດໝັ້ນໃຫ້ການສະໜັບສະໜູນຕໍ່ກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງແລະບັນຫາສຳຄັນທີ່ໃຫ້ຄວາມສົນໃຈຢ່າງເດັດດ່ຽວ, ໄດ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕາມແນວຄວາມຄິດທີ່ເປີດປະຕູແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ທັງໄດ້ເສີມຂະຫຍາຍສະຕິປັນຍາຂອງອາລະຍະທຳບູຮານແລະຈິດໃຈໂອລິມປິກ ເຊິ່ງໄດ້ສ້າງຄວາມສຸກທີ່ແທ້ຈິງໃຫ້ກັບສອງປະເທດກໍຄືປະຊາຊົນສອງຊາດ ແລະເປັນແບບຢ່າງທີ່ດີໃຫ້ກັບປະຊາຄົມໂລກໃນການຖອດຖອນບົດຮຽນດ້ານອາລະຍະທຳເຊິ່ງກັນແລະກັນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບເກຼັກ, ຍອນດີພະຍາຍາມຮ່ວມກັບທ່ານນາງ ກາເຕຣິນາ ຊັກລາໂຣພູໂລ ປະທານາທິບໍດີເກຼັກ, ຖືການສ້າງສາຍພົວພັນທາງການທູດຄົບຮອບ 50 ປີຂອງສອງປະເທດເປັນໂອກາດ, ລົງເລິກມິດຕະພາບອັນເປັນມູນເຊື້ອ, ຂະຫຍາຍການຮ່ວມມືທີ່ແທດເໝາະກັບສະພາບຄວາມເປັນຈິງໃຫ້ກວ້າງອອກ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ເພີ່ມເນື້ອໃນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ເກຼັກໃຫ້ສົມບູນຂຶ້ນຕື່ມ ເພື່ອສ້າງຄວາມສຸກໃຫ້ກັບສອງປະເທດກໍ່ຄືປະຊາຊົນສອງຊາດ.

ທ່ານນາງ ກາເຕຣິນາ ຊັກລາໂຣພູໂລ ກ່າວວ່າ: ໃນ 50 ປີທີ່ສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດເປັນຕົ້ນມາ, ເກຼັກແລະຈີນ ໄດ້ສ້າງການພົວພັນສອງຝ່າຍທີ່ຮ່ວມກັນຊຸກຍູ້ການຮ່ວມມືແລະຮ່ວມກັນລິເລີ່ມສົ່ງເສີມມິດຕະພາບ ບົນພື້ນຖານຈິດໃຈທີ່ເຂົ້າໃຈເຊິ່ງກັນແລະກັນ ແລະເຄົາລົບເຊິ່ງກັນແລະກັນ. ເຊື່ອໝັ້ນວ່າ: ສອງຝ່າຍຈະຮ່ວມກັນພະຍາຍາມຕໍ່ໄປ, ຮ່ວມກັນຊຸກຍູ້ໃຫ້ບັນລຸເປົ້າໝາຍອັນຍິ່ງໃຫຍ່ທີ່ຊຸກຍູ້ການສົນທະນາລະຫວ່າງອາລະຍະທຳ ແລະການປົກປັກຮັກສາສັນຕິພາບຂອງໂລກ.