ຈຳນວນເດັກແດງຢູ່ຍີ່ປຸ່ນໃນປີ2020ສ້າງສະຖິຕິຕ່ຳສຸດ

2022-06-05 17:46:32 cri


ວັນທີ4ມິຖຸນານີ້ ກະຊວງສາທາລະນະສຸກແລະປະກັນສັງຄົມຍີ່ປຸ່ນໄດ້ປະກາດຂໍ້ມູນດ້ານປະຊາກອນໂດຍສະແດງໃຫ້ເຫັນວ່າ: ຈຳນວນເດັກແດງຢູ່ຍີ່ປຸ່ນໃນປີ2020ບັນລຸ848.300ຄົນ,ໄດ້ຫຼຸດໜ້ອຍ24.400ຄົນເມື່ອທຽບໃສ່ປີ2019,ເປັນປີໜຶ່ງທີ່ມີຈຳນວນເດັກແດງໜ້ອຍກວ່າໝູ່ນັບແຕ່ປີ1899ເປັນຕົ້ນມາ.

ສື່ມວນຊົນຍີ່ປຸ່ນວິເຄາະວ່າ:ຈຳນວນເດັກແດງໃນປີ2020ຫຼຸດໜ້ອຍລົງ ພຽງແຕ່ເປັນການເລີ່ມຕົ້ນຍ້ອນສະພາບພະຍາດໂຄວິດ-19ລະບາດ,ຄາດວ່າ ໃນປີ2021 ຜົນກະທົບນີ້ຈະເດັ່ນຊັດກວ່າເກົ່າ.

  ນອກນີ້ ຕາມບົດລາຍງານທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກແລະປະກັນສັງຄົມຍີ່ປຸ່ນ, ນັບແຕ່ເດືອນມັງກອນຫາເດືອນມີນາປີ2021 ຈຳນວນເດັກແດງໄດ້ຫຼຸດໜ້ອຍລົງ9,2%ເມື່ອທຽບໃສ່ເວລາດຽວກັນຂອງປີກ່ອນ. ມີຊ່ຽວຊານຄາດຄະເນວ່າ:ອີງຕາມຈັງຫວະນີ້, ຈຳນວນເດັກແດງໃນປີ2021ອາດຈະໜ້ອຍລົງເຖິງປະມານ7ແສນຄົນ.