ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍກິດຈະກຳແຫ່ງຊາດເພື່ອລະນຶກວັນອະນຸລັກສິ່ງແວດລ້ອມໂລກປີ 2022

2022-06-06 20:48:13 cri

ວັນທີ 5 ມິຖຸນານີ້, ກິດຈະກຳແຫ່ງຊ່າດເພື່ອລະນຶກວັນອະນຸລັກສິ່ງແວດລ້ອມໂລກປີ 2022 ໄດ້ຈັດຂຶ້ນຢູ່ນະຄອນເສີນຢາງແຂວງລຽວນິງຂອງຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍກິດຈະກຳຄັ້ງນີ້.

ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ສິ່ງແວດລ້ອມນິເວດແມ່ນພື້ນຖານຂອງມະນຸດໃນການກຄົງຕົວແລະຂະຫຍາຍຕົວ, ການອະນຸລັກສິ່ງແວດລ້ອມນິເວດໃຫ້ດີແມ່ນຄວາມປາຖະນາຮ່ວມຂອງປະຊາຊົນຂອງບັນດາປະເທດ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ, ພວກເຮົາໄດ້ຖືການສ້າງສາອາລະຍຳທຳນິເວດເປັນແຜນການກົກຮາກທີ່ພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ໄດ້ຍຶດໝັ້ນແນວຄວາມຄິດພູຂຽວນ້ຳໄສກໍແມ່ນພູເງິນພູຄຳ, ໄດ້ເຮັດວຽກຕ່າງໆທີ່ມີຫົວຄິດປະດິດສ້າງແລະເປັນແບບຍືນຍົງ ເຊິ່ງການສ້າງສາປະເທດຈີນທີ່ສວຍງາມໄດ້ມີບາດກ້າວທີ່ສຳຄັນ, ໄດ້ຊຸກຍູ້ການອະນຸລັກສິ່ງແວດແລ້ມນິເວດຂອງຈີນມີການປ່ຽນແປງຄັ້ງປະຫວັດສາດ, ມີການປ່ຽນແປງຢ່າງຮອບດ້ານ.

ທ່ານສີຈິ້ນຜິງໄດ້ເນັ້ນໜັກໃນສານຊົມເຊີຍວ່າ: ໃນຂະບວນການໃໝ່ທີ່ສ້າງປະເທດສັງຄົມນິບົມທີ່ທັນສະໄໝຢ່າງຮອບດ້ານ, ທົ່ວພັກທົ່ວປະເທດຕ້ອງສືບຕໍ່ຍຶດໝັ້ນຍຸດທະສາດການສ້າງອາລະຍະທຳນິເວດ, ສຸມກຳລັງຊຸກຍູ້ໃຫ້ການພັດທະນາເສດຖະກິດສັງຄົມໄປຕາມທິດສີຂຽວຢ່າງຮອບດ້ານ, ພະຍາຍາມສ້າງສາປະເທດຈີນທີ່ສວຍງາມທີ່ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງສາໜ່ວຍໂລກທີ່ສວຍງາມແລະສະອາດ! ເພື່ອສ້າງສາບ້ານເມືອງທີ່ມີທ້ອງຟ້າສີຢ້າ, ມີທົ່ງຫຍ້າສີຂຽວ ແລະມີນ້ຳສະອາດໃຫ້ກັບລູກຫຼານຮຸ່ນຫຼັງ!