ເຫດການຍິງກັນຕາມຖະໜົນຫົນທາງຢູ່ຫຼາຍລັດຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້

2022-06-06 16:27:46 CRI

ອີງຕາມຕົວເລກສະຖິຕິທາງການຂອງອາເມຣິກາສະແດງໃຫ້ເຫັນວ່າ: ໃນຫຼາຍປີມໍ່ໆມານີ້, ເຫດການຍິງກັນຢູ່ຕາມຖະໜົນຫົນທາງຢູ່ລັດກາລີຟໍເນຍ, ລັດມີຊີກັນເປັນຕົ້ນຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ນອກນີ້, ອັດຕາການມ້າງຄະດີກໍຢູ່ໃນລະດັບຕ່ຳທີ່ສຸດ ເຊິ່ງເຮັດໃຫ້ປະຊາຊົນເປັນຫ່ວງນຳນັບມື້ນັບຫຼາຍຂຶ້ນ.

ວັນທີ 3 ມິຖຸນານີ້, ບໍລິສັດກະຈາຍສຽງທົ່ວປະເທດອາເມຣິກາ ຫຼື NBC ໄດ້ນຳເອົາຕົວເລກສະຖິຕິຂອງເຈົ້າໜ້າທີ່ທາງການມາລາຍງານວ່າ: ໃນປີ 2019, ລັດກາລີຟໍເນຍມີລາຍງານເກີດເຫດການຍິງກັນຢູ່ຕາມຖະໜົນຫົນທາງ 210 ລາຍ ແລະມີລາຍງານເກີດຂຶ້ນເກືອບ 500 ລາຍນັບແຕ່ເດືອນມັງກອນຫາເດືອນພະຈິກປີ 2021, ຈັງຫວະເພີ່ມຂຶ້ນນີ້ເຮັດໃຫ້ຄົນທັງຫຼາຍຕື່ນຕົກໃຈ. ໃນເຫດການເກືອບ 500 ລາຍທີ່ເກີດຂຶ້ນໃນປີ 2021, ມີຜູ້ເສຍຊີວິດ 50 ຄົນ ແລະ ຫຼາຍຮ້ອຍຄົນໄດ້ຮັບບາດເຈັບ.

ຫຼາຍພາກສ່ວນລັດຖະບານ ແລະ ອົງການຈັດຕັ້ງຕ່າງໆຂອງອາເມຣິກາໄດ້ເອົາໃຈໃສ່ນຳເຫດການຍິງກັນຢູ່ຕາມຖະໜົນຂອງອາເມຣິກາທີ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ໄດ້ລົງມືຄົ້ນຄວ້າຊອກສາເຫດລະອຽດ, ແຕ່ຍັງບໍ່ມີຜົນສະຫຼຸບ. ໃນຂະນະດຽວກັນ, ຜູ້ຊ່ຽວຊານກໍເລີ່ມເອົາໃຈໃສ່ວ່າ, ອັດຕາການມ້າງຄະດີເຫດການປະເພດນີ້ແມ່ນຕ່ຳຫຼາຍ ອາດຈະເຮັດໃຫ້ປະຊາຊົນມີການຕີລາຄາໃນດ້ານລົບເພີ່ມຂຶ້ນຕໍ່ເຈົ້າໜ້າທີ່ຕຳຫຼວດ.