ກຸ່ມນາໂຕຈັດການຊ້ອມຮົບປະຈຳປີຢູ່ທະເລບານຕິກ

2022-06-06 17:05:10 cri


ວັນທີ 5 ມິຖຸນາ 2022, ກຸ່ມນາໂຕໄດ້ຈັດການຊ້ອມຮົບປະຈຳປີຢູ່ທະເລບານຕິກ, ກຳປັ່ນຮົບປະມານ 40 ລຳທີ່ມາຈາກ 16 ປະເທດໄດ້ເດີນເຮືອເຂົ້າສູ່ທະເລບານຕິກໂດຍຜ່ານທ່າກ່ຳປັ່ນສະຕອກໂຮມຂອງປະເທດຊູແອັດ.

ກອງທັບຊູແອັດໄດ້ລະບຸໃນຖະແຫຼງການສະບັບໜຶ່ງວ່າ: ການຊ້ອມຮົບປີນີ້ໄດ້ໃສ່ລະຫັດວ່າ: “ການເຄື່ອນໄຫວຢູ່ທະເລບານຕິກ”. ໂດຍຈະຈັດຂຶ້ນຢູ່ພາກໃຕ້ຂອງທະເລບານຕິກ, ແລະຈະດຳເນີນໄປຈົນຮອດວັນທີ 17 ມິຖຸນານີ້. ໃນຖະແຫຼງການສະບັບໜຶ່ງທີ່ກະຊວງປ້ອງກັນປະເທດອາເມຣິກາເປີດເຜີຍກ່ອນໜ້ານີ້ໄດ້ລະບຸວ່າ: ການຊ້ອມຮົບເທື່ອນີ້ແມ່ນນຳໂດຍກອງທັບເຮືອທີ 6 ຂອງອາເມຣິກາ, ແລະຈະປະຕິບັດການດ້ວຍກຳລັງໂຈມຕີຂອງກຸ່ມນາໂຕ, ເພື່ອ “ເພີ່ມທະວີກຳລັງເຕົ້າໂຮມກັນແລະຄວາມສາມາດສູ້ຮົບຂອງປະເທດສະມາຊິກນາໂຕແລະປະເທດພັນທະມິດຂອງກຸ່ມນາໂຕ.”